• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການບໍ​ລິ​ການແທັກ​ຊີ ໄຟ​ຟ້າ ​ຂຽວ SM ຂອງ ຫວຽດ​ນາມ ໄດ້​ເປີດ​ບໍ​ລິ​ການ​ຢູ່​ຕະຫຼາດ ລາວ ຢ່າງ​ເປັນ​ທາງ​ການ

ວັນທີ 9 ພະຈິກ, ຢູ່ນະຄອນຫຼວງ ວຽງຈັນ, ເຄື່ອງໝາຍລົດແທັກຊີໄຟຟ້າ ຂຽວ ຂອງ ຫວຽດນາມ ຂຽວ SM ໄດ້ ເປີດບໍລິການຢ່າງເປັນທາງການ. ນີ້ແມ່ນຕະຫຼາດຕ່າງປະເທດທຳອິດໃນແຜນການສູ້ຊົນກາຍເປັນບໍລິສັດສະໜອງການບໍລິການຂົນສົ່ງດ້ວຍລົດໄຟຟ້າທີ່ມີຂອບເຂດສາກົນຂອງບໍລິສັດຫຸ້ນສ່ວນເຄື່ອນທີ່ ສີຂຽວ ແລະ ອັດສະລິຍະ GSM.
ພິທີເປີດບໍລິການຢ່າງເປັນທາງການ (ພາບ: VOV)
ໃນໄລຍະທຳອິດ, ການບໍລິການແທັກຊີໄຟຟ້າ ຂຽວ SM ຈະເຄື່ອນໄຫວຢູ່ນະຄອນຫຼວງວຽງຈັນ ດ້ວຍລົດໄຟຟ້າ VinFast VF 5 Plus 150 ຄັນ. ຫຼັງຈາກນັ້ນ, ທາງບໍລິສັດ ຈະເປີດກວ້າງການເຄື່ອນໄຫວໄປຍັງບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ ແລະ ບັນດາແຂວງ, ນະຄອນອື່ນຂອງລາວ, ດ້ວຍຈຳນວນລົດຄາດຄະເນຂຶ້ນເຖິງ 1.000 ຄັນ. ຕາມ GSM ແລ້ວ, ນັບແຕ່ວັນທີ 9 ພະຈິກ, ປະຊາຊົນນະຄອນຫຼວງ ວຽງຈັນ ແລະ ແຂກທ່ອງທ່ຽວສາກົນເມື່ອມາຢາມ ລາວ ສາມາດຈອງລົດແທັກຊີ ຂຽວ SM ຜ່ານແອັບຟຣີເຄຊັນ ຂຽວ SM Laos ຫຼືສາມາດເຊົ່າລົດໂດຍກົງຢູ່ຕາມທາງກໍໄດ້.  ໄປຄຽງຄູ່ກັບການສະໜອງການບໍລິການຂົນສົ່ງທີ່ມີຄຸນນະພາບສູງ, GSM ຍັງມຸ່ງໄປເຖິງເປົ້າໝາຍໃຫ້ປະຊາຊົນລາວໄດ້ສຳຜັດກັບລົດໄຟຟ້າຢ່າງທົ່ວເຖິງ ຜ່ານການພັດທະນາລະບົບນິເວດການບໍລິການເຄື່ອນທີ່ສີຂຽວ, ລວມທັງການໃຫ້ເຊົ່າລົດໄຟຟ້າ, ເຊົ່າລົດແບບຄົບວົງຈອນ, ເຊົ່າລົດທ່ອງທ່ຽວ,…. ນຳມາເຊິ່ງມາດຕະການຮອບດ້ານ, ຊຸກຍູ້ທ່າອ່ຽງເຄື່ອນທີ່ດ້ວຍລົດໄຟຟ້າໃຫ້ປະຊາຊົນແຕ່ລະຄົນ. ຢູ່ລາວ, ລັດຖະບານ ໄດ້ວາງຄາດໝາຍຮອດປີ 2030, 30% ຍານພາຫະນະທັງໝົດທີ່ນຳໃຊ້ຢູ່ລາວ ຈະເປັນລົດໄຟຟ້າ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top