ໄດ້ເຫັນດີເປັນເອກະພາບຮ່ວມມືກັນຢ່າງແໜ້ນແຟ້ນ ໃນການຊຸກຍູ້ສົນທິສັນຍາສັນຕິພາບສະບັບໜຶ່ງກັບ ພຽງຢາງ ແນໃສ່ຢຸດຕິສົງຄາມ ສປປ.ເກົາຫຼີ ຢ່າງເປັນທາງການ (1950 - 1953).
ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ຊົມເຊີຍຖະແຫຼງການປານມູນຈອມ ຊຶ່ງທ່ານປະທານາທິບໍດີ Moon Jae-in ແລະ ການນຳ ສປປ.ເກົາຫຼີ Kim Jong-un ໄດ້ລົງນາມຢູ່ກອງປະຊຸມສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ເມື່ອວັນທີ 27 ເມສາ ຜ່ານມາ. ທ່ານປະທານປະເທດ ຈີນ ສີຈິ້ນຜິງ ກໍ່ເຊີດຊູບັນດາຄວາມມານະພະຍາຍາມຂອງທ່ານປະທານາທິບໍດີ ສ.ເກົາຫຼີ ໃນເລື່ອງນຳມາເຊິ່ງການປ່ຽນແປງຢ່າງຕັ້ງໜ້າໃຫ້ແກ່ສະພາບການໃນແຫຼມ ເກົາຫຼີ.
(ແຫຼ່ງຄັດຈາກ VOV)