• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳ ລາວ ຕີລາຄາສູງການຮ່ວມມືກ່ຽວກັບຖະແຫຼງຂ່າວ ແລະ ສື່ສານ ລາວ - ຫວຽດນາມ

      ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກ ຢູ່ລາວ ແຕ່ວັນທີ 01-03 ພະຈິກ,

ທ່ານ ຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ຕ້ອນຮັບ ທ່ານ ເຈືອງມິງຕວັນ
      ຕອນບ່າຍວັນທີ 01 ພະຈິກ, ຄະນະຜູ້ແທນຂັ້ນສູງ ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ນຳໂດຍ ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ເຈືອງມິງຕວັນ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ, ໄດ້ຮັບການຕ້ອນຮັບຢ່າງສະໜິດສະໜົມຂອງ ທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ. ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ເຈືອງມິງຕວັນ ໄດ້ແຈ້ງວ່າ ເນື່ອງໃນໂອກາດສະເຫຼີມສະຫຼອງປີມິດຕະພາບ, ຄວາມສາມັກ ລາວ - ຫວຽດນາມ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຈະສົມທົບກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ເປັນເຈົ້າພາບຮ່ວມກັນຈັດຕັ້ງງານວາງສະແດງປຶ້ມ, ຮູບພາບ, ໜັງສືພິມ “ຫວຽດນາມ - ລາວ ຜ່ານມູມມອງສື່ມວນຊົນ” ປີ 2017; ສອງຝ່າຍຈະສົມທົບກັນຈັດຕັ້ງເວທີປາໄສການຮ່ວມມືດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສື່ສານ ຫວຽດນາມ - ລາວ 2017.. ສ່ວນ, ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ປາຖະໜາວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະເພີ່ມທະວີການສົມທົບກັນ, ແບ່ງປັນບົດຮຽນດ້ານຖະແຫຼງຂ່າວ ແລະ ສື່ສານ ພິເສດແມ່ນໃນວຽກງານຕ້ານຄືນບັນດາອິດທິພົນກຳລັງທີ່ບໍ່ດີ, ນຳໃຊ້ເຄືອຂ່າຍທາງສັງຄົມອ່ອນລາຍເພື່ອໂຄສະນາເຜີຍແຜ່, ເວົ້າແນວບໍ່ດີ ເພື່ອແນໃສ່ແບ່ງແຍກກຸ່ມກ້ອນມະຫາສາມັກຄີຂອງແຕ່ລະປະເທດ ກໍ່ຄືການພົວພັນແບບພິເສດລະຫວ່າງສອງປະເທດ ລາວ - ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top