• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳ ກຳປູເຈຍ ຕ້ອນຮັບຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ

      ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ໃຫ້ຮູ້ວ່າ: ລັດຖະບານ ກຳປູເຈຍ ປາດຖະໜາຢາກສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບລັດຖະບານ ຫວຽດນາມ ເພື່ອແນໃສ່ຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງທີ່ໄດ້ລົງນາມແລ້ວ, ຊຸກຍູ້ການຮ່ວມມື 2 ປະເທດໃຫ້ພັດທະນາໃນທຸກໆຂົງເຂດ. 

ປະທານຄະນະກຳມະການສູນກາງແນວໂຮມ ປະເທດຊາດ ຫວຽດນາມ ດິງແທງເໝີນ
      ວັນທີ 14 ສິງຫາ, ການນຳຂັ້ນສູງ ກຳປູເຈຍ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ໂດຍທ່ານ ເຈີ່ນແທງເໝີນ, ກຳມະການສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ເປັນຫົວໜ້າຄະນະ, ທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ ກຳປູເຈຍ ແຕ່ວັນທີ 13 -17 ສິງຫາ. ກ່າວຄຳເຫັນທີ່ການຕ້ອນຮັບຄະນະ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ໃຫ້ຮູ້ວ່າ: ລັດຖະບານ ກຳປູເຈຍ ປາດຖະໜາຢາກສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບລັດຖະບານ ຫວຽດນາມ ເພື່ອແນໃສ່ຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງທີ່ໄດ້ລົງນາມແລ້ວ, ຊຸກຍູ້ການຮ່ວມມື 2 ປະເທດໃຫ້ພັດທະນາໃນທຸກໆຂົງເຂດ. ກ່ຽວກັບບັນຫາປັກຫຼັກໝາຍຊາຍແດນ, ທ່ານນາຍົກລັດຖະມົນຕີ Hunsen ເນັ້ນໜັກວ່າ: ລັດຖະບານ ກຳປູເຈຍ ປາດຖະໜາຢາກປະຕິບັດສຳເລັດວຽກງານປັກຫຼັກໝາຍຊາຍແດນ, ສ້າງເສັ້ນຊາຍແດນ ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາລະຫວ່າງ 2 ປະເທດ.
        ໃນການຕ້ອນຮັບຄະນະຜູ້ແທນ ຫວຽດນາມ, ທ່ານ Heng Samrin, ປະທານສະພາແຫ່ງຊາດ, ປະທານສະພາແນວໂຮມສາມັກຄີພັດທະນາແຫ່ງຊາດ ກຳປູເຈຍ ຫວັງວ່າ ໄລຍະຈະມາເຖິງ, ແນວໂຮມ 2 ປະເທດ ສືບຕໍ່ພາລະກິດຂອງຕົນ, ກ່ອນອື່ນໝົດແມ່ນຈັດຕັ້ງກອງປະຊຸມສາກົນກ່ຽວກັບການສ້າງເສັ້ນຊາຍແດນ ຫວຽດນາມ - ກຳປູເຈຍ ສັນຕິພາບ, ມິດຕະພາບ, ຮ່ວມມືຮອບດ້ານພ້ອມກັນພັດທະນາຄັ້ງທີ 5 ຢູ່ແຂວງ Kam Pot ຂອງກຳປູເຈຍ ໃຫ້ສຳເລັດຜົນ.
        ສ່ວນທ່ານ ເຈີ່ນແທງເໝີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດແຖວໜ້າໃຫ້ແກ່ການປັບປຸງ ແລະ ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ ຫວຽດນາມ - ກຳປູເຈຍ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top