• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳຫຼາຍປະເທດສົ່ງໂທລະເລກອວຍພອນເລຂາທິການໃຫຍ່ຫງວຽນຟູຈ້ອງດຳລົງຕຳແໜ່ງປະທານປະເທດ

ເນື່ອງໃນໂອກາດທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ໄດ້ຮັບການເລືອກຕັ້ງຈາກສະພາແຫ່ງຊາດຊຸດທີ 14 ໃຫ້ດຳລົງຕຳແໜ່ງປະທານປະເທດແຫ່ງສສ.ຫວຽດນາມ. ການນຳບັນດາປະເທດສປ.ຈີນ, ສປປ.ລາວ, ສ.ກູບາ, ສະຫະພັນລັດເຊຍ, ອິນເດຍ ໄດ້ສົ່ງໂທລະເລກອວຍພອນ.


ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ  

(ພາບ: TTXVN)

ໃນໂທລະເລກຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດຈີນ ສີຈີ້ນຜິງ ຢືນຢັນວ່າ, ຖືເປັນສຳຄັນການພັດທະນາການພົວພັນລະຫວ່າງຈີນ - ຫວຽດນາມ ເປັນພິເສດ. ທ່ານ ສີຈີ້ນຜິງ ເນັ້ນໜັກວ່າ, ພ້ອມແລ້ວທີ່ຈະພ້ອມກັບທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ເພີ່ມທະວີການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່ຢ່າງບໍ່ຢຸດຢັ້ງ.

        ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດລາວ ບຸນຍັງ ວໍລະຈິດ ຢືນຢັນຢ່າງແນວແນ່ວ່າ ພາຍໃຕ້ການຊີ້ນຳນຳພາຂອງທ່ານ ຫງວຽນຟູຈ້ອງ ໃນຖານະຕຳແໜ່ງໃໝ່, ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ຈະສືບຕໍ່ຍາດໄດ້ບັນດາຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ, ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ລາວ ຈະພັດທະນາຢ່າງບໍ່ຢຸດຢັ້ງ.

        ໃນຂະນະນັ້ນ, ໃນໂທລະເລກຂອງທ່ານ Raul Modesto Castro Ruz, ເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກູບາ; ທ່ານ Miguel Mario Diaz Canel Bermudez ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີປະເທດສ.ກູບາ ຢືນຢັນຄວາມຕັດສິນໃຈສືບຕໍ່ເພີ່ມທະວີນ້ຳໃຈມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດກວ່າອີກ.

        ໃນໂທລະເລກຂອງທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin ໄດ້ເນັ້ນໜັກວ່າ, ໝາກຜົນການປ່ອນບັດຂອງສະພາແຫ່ງຊາດຫວຽດນາມ ໄດ້ພິສູດໃຫ້ເຫັນອິດທິພົນຊື່ສຽງຢ່າງສູງຂອງທ່ານ ຫງວຽນຟູຈ້ອງ ໃນຊຸມປີປະຕິບັດງານ ໃນບັນດາຕຳແໜ່ງຂັ້ນສູງຂອງພັກ ແລະ ລັດ, ພ້ອມທັງແມ່ນການຮັບຮູ້ບຸນຄຸນອັນໃຫຍ່ຫຼວງຂອງທ່ານ ໃນການປະຕິບັດບັນດາໜ້າທີ່ແກ້ໄຂການພັດທະນາເສດຖະກິດ, ສັງຄົມ ແລະ ປັບປຸງທີ່ຕັ້ງບົດບາດການຕ່າງປະເທດຂອງຫວຽດນາມ. ທ່ານ V.Putin ສະແດງຄວາມເຊື່ອໝັ້ນວ່າ, 2 ຝ່າຍຈະສືບຕໍ່ບັນດາຄວາມມານະພະຍາຍາມລວມເພື່ອແນໃສ່ປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະ ສະຫະພັນລັດເຊຍ.

        ໃນໂທລະເລກຂອງທ່ານປະທານາທິບໍດີອິນເດຍ Kovind ໄດ້ສະແດງຄວາມເຊື່ອໝັ້ນວ່າ, ການຢ້ຽມຢາມຫວຽດນາມ ໃນຕົ້ນເດືອນພະຈິກ ທີ່ຈະມາເຖິງຂອງທ່ານ ຫງວຽນຟູຈ້ອງ ຈະເປັນການປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ 2 ຝ່າຍ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ແລະ ອິນເດຍ ໃຫ້ເລິກເຊິ່ງກວ່າ, ເພື່ອຜົນປະໂຫຍດຂອງ 2 ຊາດ.

(ແຫຼ່ງຄັດຈາກ VOV)


ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top