• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳຫຼາຍປະເທດສືບຕໍ່ສົ່ງໂທລະເລກ, ຈົດໝາຍ, ສານສະແດງຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

ທ່ານປະທານາທິບໍດີ ອີຕາລີ Sergio Mattarella, ໄດ້ເນັ້ນໜັກເຖິງການປະກອບສ່ວນຢ່າງໃຫຍ່ຫຼວງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນການຍູ້ແຮງການພົວພັນລະຫວ່າງ ຫວຽດນາມ - ອີຕາລີ.
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ (ພາບ: TTXVN)

ໂດຍໄດ້ຮັບຂ່າວວ່າ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ຈາກໄປ, ການນຳຫຼາຍປະເທດ ແລະ ບັນດາພັກການເມືອງໃນໂລກ ສືບຕໍ່ສົ່ງໂທລະເລກ, ຈົດໝາຍ, ສານສະແດງຄວາມເສົ້າສະຫຼົດໃຈ.

        ທ່ານປະທານາທິບໍດີ ອີຕາລີ Sergio Mattarella, ໄດ້ເນັ້ນໜັກເຖິງການປະກອບສ່ວນຢ່າງໃຫຍ່ຫຼວງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນການຍູ້ແຮງການພົວພັນລະຫວ່າງ ຫວຽດນາມ - ອີຕາລີ, ເມື່ອ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນປີ 2013, ເນື່ອງໃນໂອກາດການຢ້ຽມຢາມ ອີຕາລີ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນເດືອນ ມັງກອນ ຂອງປີດຽວກັນ.

        ໃນຂະນະນັ້ນ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຖືວ່າ, ໃນຕະຫຼອດຊີວິດຮັບໃຊ້ໃຫ້ແນວຄິດ ແລະ ປະເທດຂອງຕົນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ບໍ່ຫວາດຫວັ່ນມານະພະຍາຍາມເພື່ອອະທິປະໄຕຂອງ ຫວຽດນາມ ແລະ ນຳພາປະເທດບັນລຸຜົນງານທີ່ໜ້າສົນໃຈໃນການພັດທະນາເສດຖະກິດ - ສັງຄົມ.

        ການນຳຫຼາຍປະເທດອື່ນໃນໂລກ, ຄື: ປະທານາທິບໍດີ ອານເຊຣີ; ປະທານາທິບໍດີ ບຣາຊິນ; ກະສັດກາຕາ ແລະ ຮອງກະສັດ ກາຕາ, ນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດ ກາຕາ; ນາຍົກລັດຖະມົນຕີ ເນປານ; ນາຍົກລັດຖະມົນຕີ ນີເຊເຣຍ; ປະທານາທິບໍດີ ຕວັກກີ… ພ້ອມກັບບັນດາພັກກຳອຳນາດ, ພັກກອມມູນິດໃນໂລກ, ບັນດາພັກຄູ່ຮ່ວມມື, ອົງການຈັດຕັ້ງສາກົນ ກໍ່ໄດ້ສົ່ງໂທລະເລກ, ຈົດໝາຍ, ສານສະແດງຄວາມເສົ້າສະຫຼົດໃຈເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)

ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ​ໃຫ້​ຫຼາຍກວ່າ​ອີກ

ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ​ໃຫ້​ຫຼາຍກວ່າ​ອີກ

​​ທ່ານ ໂຕ​ເລິມເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ສະ​ເໜີ​ທ່ານ Fujita Fumitake ສືບ​ຕໍ່ ສະ​ໜັບ​ສະ​ໜູນ, ຊຸກ​ຍູ້​ນຳ​ການ​ພົວ​ພັນ​ສອງ​ປະ​ເທດໃຫ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່; ຍູ້​ແຮງ​ການ​ພົວ​ພັນ​ພົບ​ປະ​ແລກ​ປ່ຽນ, ຮ່ວມ​ມື​ລະ​ຫວ່າງ​ພັກ​ ປະ​ຕິ​ວັດ ​ຍີ່​ປຸ່ນ ກັບ ຫວຽດ​ນາມ ໃຫ້ຫຼາຍກວ່າ​ອີກ.

Top