• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດເຂົ້າຂ່ຳນັບສຸສານປະມານໂຮ່ຈີມິນ

ບັນດາຜູ້ແທນໄດ້ສະແດງຄວາມເຄົາລົບ, ລະນຶກເຖິງບຸນຄຸນອັນໃຫຍ່ຫຼວງຂອງປະທານ ໂຮ່ຈິມິນ ຕໍ່ພາລະກິດການປະຕິວັດຂອງຊາດ ຫວຽດນາມ, ດ້ວຍວິວັດທະນາການກຳເນີດ ແລະ ເຕີບໃຫຍ່ຂອງພັກກອມມູນິດ ຫວຽດນາມ.

 ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (22 ທັນວາ 1944 – 22 ທັນວາ 2024) ແລະ 35 ປີແຫ່ງວັນທົ່ວປວງຊົນປ້ອງກັນຊາດ (22 ທັນວາ 1989 – 22 ທັນວາ 2024), ຕອນເຊົ້າວັນທີ 20 ທັນວາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ, ປະທານສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແລະ ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໄປວາງພວງມາລາ, ເຂົ້າຂ່ຳນັບສຸສານປະທານ ໂຮ່ຈີມິນ.

        ບັນດາຜູ້ແທນໄດ້ສະແດງຄວາມເຄົາລົບ, ລະນຶກເຖິງບຸນຄຸນອັນໃຫຍ່ຫຼວງຂອງປະທານ ໂຮ່ຈິມິນ ຕໍ່ພາລະກິດການປະຕິວັດຂອງຊາດ ຫວຽດນາມ, ດ້ວຍວິວັດທະນາການກຳເນີດ ແລະ ເຕີບໃຫຍ່ຂອງພັກກອມມູນິດ ຫວຽດນາມ; ອາໄລຫາຜູ້ທີ່ໄດ້ສ້າງຕັ້ງ, ສຶກສາ, ຝຶກຝົນຫຼໍ່ຫຼອມກອງທັບປະຊາຊົນໂດຍກົງ. ພວງມາລາມີແຖວຕົວໜັງສືທີ່ວ່າ “ຈົດຈຳບຸນຄຸນຂອງປະທານ ໂຮ່ຈີມິນ ຕະຫຼອດໄປ”.

        ຕໍ່ຈາກນັ້ນ, ຄະນະຜູ້ແທນໄດ້ໄປວາງພວງມາລາ ແລະ ຖະຫວາຍທູບທຽນອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ເຂດອະນຸສາວະລີນັກຮົບເສຍສະຫຼະຊີວິດເພື່ອຊາດ, ຖະໜົນ ບັກເຊີນ, ຮ່າໂນ້ຍ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

ການຢ້ຽມຢາມດຳເນີນໄປໃນຈຸດເວລາທີ່ທັງສອງປະເທດ ພວມຢືນຢູ່ບັນດາຄວາມຮຽກຮ້ອງພັດທະນາໃໝ່. ຫວຽດນາມ ພວມຍູ້ແຮງການຫັນເປັນອຸດສາຫະກຳ, ທັນສະໄໝ, ມຸ່ງໄປສູ່ສອງເປົ້າໝາຍພັດທະນາ 100 ປີໃນປີ 2030 ແລະ 2045.

Top