• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳພັກ, ລັດເຂົ້າວາງພວງມາລາຢູ່ສຸສານປະທານ ໂຮ່ຈີມິນ

ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ໄດ້ໄປວາງພວງມາລາຢູ່ສຸສານປະທານໂຮ່ຈີມິນ.


ບັນດາການນຳຫວຽດນາມ ໄປວາງພວງມາລາຢູ່ສຸສານປະທານໂຮ່ຈີມິນ

(ພາບ: TTXVN)


ຕອນເຊົ້າວັນທີ 18 ພຶດສະພາ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ໄດ້ໄປວາງພວງມາລາຢູ່ສຸສານປະທານໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ (19 ພຶດສະພາ 1890 – 19 ພຶດສະພາ 2020).

        ເຂົ້າຮ່ວມພິທີດັ່ງກ່າວມີທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ; ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ; ອະດີດການນຳພັກ, ລັດ, ສະພາແຫ່ງຊາດ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ… ຕໍ່ຈາກນັ້ນ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງນາວໂຮມປະເທດຊາດຫວຽດນາມ ໄດ້ໄປວາງພວງມາລາອາໄສຫາເຖິງດວງວິນຍານບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ອານຸສາວະລີບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢູ່ຖະໜົນ ບັ໊ກເຊີນ.

        ຕອນເຊົ້າວັນດຽວກັນ, ບັນດາຄະນະຜູ້ແທນຄື: ຄະນະພັກການທະຫານສູນກາງ (ກະຊວງປ້ອງກັນປະເທດຫວຽດນາມ), ຄະນະພັກຕຳຫຼວດສູນກາງ (ກະຊວງຕຳຫຼວດຫວຽດນາມ), ນະຄອນຮ່າໂນ້ຍ… ກໍ່ໄດ້ໄປວາງພວງມາລາຢູ່ສຸສານປະທານໂຮ່ຈີມິນ, ໄປວາງພວງມາລາອາໄສຫາເຖິງດວງວິນຍານບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ: ສືບຕໍ່ແກ້ໄຂຈຸດອຸດຕັນດ້ານລະບອບລະບຽບການ

ທ່ານເລຂາທິການໃຫຍ່ ໂຕເລິມ: ສືບຕໍ່ແກ້ໄຂຈຸດອຸດຕັນດ້ານລະບອບລະບຽບການ

(VOVWORLD) - ການປະຕິບັດມະຕິເລກທີ 66 ໃນໄລຍະຜ່ານມາ ໄດ້ມີບາດກ້າວຫັນປ່ຽນຢ່າງເຫັນໄດ້ຊັດໃນການສ້າງ, ເຮັດສຳເລັດລະບອບລະບຽບການ, ກົດໝາຍໃຫ້ສົມບູນ, ຕອບສະໜອງຄວາມຮຽກຮ້ອງພັດທະນາປະເທດຊາດ, ແຕ່ນີ້ພຽງແຕ່ແມ່ນໝາກຜົນໃນເບື້ອງຕົ້ນ.

Top