• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳພັກ, ລັດ,ສະພາແຫ່ງຊາດຫວຽດນາມ ພົບປະກັບຜູ້ມີສິດເລືອກຕັ້ງ

ຜູ້ມີສິດເລືອກຕັ້ງ ສະເຫນີ ສະພາແຫ່ງຊາດ, ລັດຖະບານ ສືບຕໍ່ເອົາໃຈໃສ່ ມີນະໂຍບາຍຫນູນຊ່ວຍ  ວິສາຫະກິດເພື່ອຟື້ນຕົວເສດຖະກິດ, ຕິດຕາມລາຍຈ່າຍ, ຫນູນຊ່ວຍການປ້ອງກັນຕ້ານໂລກລະບາດ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ  ກ່າວຄຳເຫັນທີ່ການພົບປະກັບຜູ້ມີສິດເລືອກຕັ້ງ.(ພາບ:TTXVN)

ຕອນເຊົ້າວັນທີ 9 ຕຸລາ ຢູ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພ້ອມກັບ ສະມາຊິກສະພາແຫ່ງຊາດ ຊຸດທີ XV, ຫົວຫນ່ວຍເລືອກຕັ້ງເລກ 1 ນະຄອນຮ່າໂນ້ຍ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງ ເມືອງບາດີງ, ດົງດາ, ຮາຍບ່າຈຶງ ໂດຍໄດ້ຈັດຕັ້ງຕາມຮູບການທາງໄກ.

ຜູ້ມີສິດເລືອກຕັ້ງ ສະເຫນີ ພັກ, ລັດ ສືບຕໍ່ຍູ້ແຮງວຽກງານປ້ອງກັນ ຕ້ານການສໍ້ລາດບັງຫລວງ, ການຫຍໍ້ທໍ້ ແລະ ຢືນຢັນວ່າ: ປະຊາຊົນ ຍາມໃດກໍ່ຄຽງຂ້າງພັກ, ຮ່ວມເດີນທາງພ້ອມກັບລັດໃນການຕໍ່ສູ້ອັນຮ້າຍແຮງນີ້. ຜູ້ມີສິດເລືອກຕັ້ງປາດຖະຫນາຢາກໃຫ້ສະພາແຫ່ງຊາດ ມີຫລາຍລັດຖະນະໂຍບາຍທີ່ສ່ອງໃສເພື່ອນຳປະເທດຊາດສືບຕໍ່ພັດທະນາຢ່າງວ່ອງໄວ ແລະໝັ້ນຄົງ, ສ້າງເງື່ອນໄຂເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດສຸດຈິດສຸດໃຈເຮັດວຽກ, ເສີມຂະຫຍາຍປະຊາທິປະໄຕ, ພູມປັນຍາ,ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ. ທ່ານເລຂາທິການໃຫຍ່ ຮັບເອົາຄຳເຫັນຂອງຜູ້ມີສິດເລືອກຕັ້ງຢ່າງຈິງໃຈ ແລະຊີ້ແຈ້ງວ່າ ຄະນະສະມາຊິກສະພາແຫ່ງຊາດ ນະຄອນຮ່າໂນ້ຍ ຕ້ອງຍົກສູງຫນ້າທີ່ສືບຕໍ່ປະຕິບັດບົດບາດຫນ້າທີ່ແລະ ເສີມຂະຫຍາຍການກໍ່ສ້າງນະຄອນຫລວງ, ສ້າງສາປະເທດຊາດໃຫ້ເປັນຢ່າງດີ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ຄະນະສະມາຊິກສະພາແຫ່ງຊາດ ນະຄອນໂຮ່ຈີມິນ ໄດ້ມີການພົບປະ ກັບຜູ້ມີສິດເລືອກຕັ້ງຂະແຫນງສາທາລະນະສຸກນະຄອນ ຕາມຮູບການທາງໄກ.

ທ່ານປະທານປະເທດ ຫງວຽນຊວນຟຸກ ພົບປະ ກັບຜູ້ມີສິດເລືອກຕັ້ງຂະແຫນງສາທາລະນະສຸກ.(ພາບ: TTXVN)

ທ່ານປະທານປະເທດ  ເນັ້ນຫນັກວ່າ: ການພົບປະແມ່ນເພື່ອຢາກຮັບຟັງແນວຄິດຈິດໃຈຄວາມມຸ່ງມາດປາດຖະຫນາຂອງຖັນແຖວພະນັກງານ ແພດໝໍ ເພື່ອພ້ອມກັບການນຳພັກ, ລັດແລະນະຄອນໂຮ່ຈີມິນ ຊອກຫາມາດຕະການແກ້ໄຂຄວາມຫຍຸ້ງຍາກ, ຄວາມຂາດຕົກບົກຜ່ອງຂອງຂະແຫນງສາທາລະນະສຸກປະຈຸບັນ, ປະກອບສ່ວນເບິ່ງແຍງດູແລສຸຂະພາບໃຫ້ປະຊາຊົນຢ່າງມີປະສິດທິຜົນ,   ນຳເສດຖະກິດສັງຄົມກັບຄືນສູ່ສະພາບເປັນປົກກະຕິພາຍຫລັງໂລກລະບາດໂຄວິດ -19.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະກັບຜູ້ມີສິດເລືອກຕັ້ງ ຢູ່ ເມືອງຕຽນຫລ໋າງ.(ພາບ:TTXVN)

ແລະກໍ່ໃນຕອນເຊົ້າວັນດຽວກັນ ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ  ແລະ ຄະນະຜູ້ແທນສະພາແຫ່ງຊາດ ນະຄອນຫາຍຟ່ອງ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງ ຢູ່ ເມືອງຕຽນຫລ໋າງ ໂດຍໄດ້ຈັດຂຶ້ນຕາມຮູບການທາງງໄກ. ບັນດາຜູ້ມີສິດເລືອກຕັ້ງ ຕີລາຄາສູງ ວຽກງານການທູດວັກຊິນກັນໂຄວິດ ໃນໄລຍະຜ່ານມາ, ລັດຖະບານໄດ້ປະຕິບັດເປົ້າໝາຍຄວບຄູ່ ທັງປ້ອງກັນຕ້ານໂລກລະບາດຢ່າງມີປະສິດທິຜົນ ທັງພັດທະນາເສດຖະກິດສັງຄົມ. ຜູ້ມີສິດເລືອກຕັ້ງ ສະເຫນີ ສະພາແຫ່ງຊາດ, ລັດຖະບານ ສືບຕໍ່ເອົາໃຈໃສ່ ມີນະໂຍບາຍຫນູນຊ່ວຍ  ວິສາຫະກິດເພື່ອຟື້ນຕົວເສດຖະກິດ, ຕິດຕາມລາຍຈ່າຍ, ຫນູນຊ່ວຍການປ້ອງກັນຕ້ານໂລກລະບາດ. ທ່ານປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ:

“ສຳລັບບັນຫານີ້ ສູນກາງ ໄດ້ມີການປຶກສາຫາລື ແລະ ໄລຍະຈະມາເຖິງ ຈະປຶກສາຫາລືກ່ຽວກັບລາຍຈ່າຍງົບປະມານ. ພ້ອມກັບຍຸດທະສາດ ແຜນການສັງລວມ, ມີລັກສະນະເປັນລະບົບ, ວິທະຍາສາດ ມີຄວາມສະເຫມີຕົ້ນສະເຫມີປາຍ, ຄົບຊຸດ, ພາວະວິໄສ ແລະ ໄລຍະຈະມາເຖິງຈະສ້າງແຜນການສັງລວມຟື້ນຕົວເສດຖະກິດຫລັງໂລກລະບາດ. ນີ້ບໍ່ພຽງແຕ່ແມ່ນບັນຫາເສດຖະກິດເທົ່ານັ້ນ ຫາກຍັງແມ່ນບັນຫາສັງຄົມ, ການສຶກສາ, ສຸຂະພາບ, ຈິດໃຈອີກດ້ວຍ”.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ເລ​ຂາ​ທິ​ການ​ໃຫຍ່ ພັກ​ແນວ​ໂຮມ​ປົດ​ປ່ອຍ ໂມ​ຊຳ​ບິກ (FRELIMO)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ເລ​ຂາ​ທິ​ການ​ໃຫຍ່ ພັກ​ແນວ​ໂຮມ​ປົດ​ປ່ອຍ ໂມ​ຊຳ​ບິກ (FRELIMO)

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກເຖິງການເຂົ້າຮ່ວມຂອງພັກ FRELIMO , ພ້ອມກັບບັນດາພັກເພື່ອນມິດ, ອ້າຍນ້ອງມາຈາກ ອາບຟຼິກກາ ກໍ່ຄືຫຼາຍພາກພື້ນໃນໂລກ ແມ່ນຄວາມປະຕິຊົມຊືນທີ່ຍິ່ງໃຫຍ່, ການສະໜັບສະໜູນ, ລະດົມກຳລັງໃຈໃຫ້ພັກ, ລັດ ແລະ ປະຊາຊົນ ຫວຽດນາມ.

Top