
ທ່ານ ເຈິ່ນກວັກເວື້ອງ, ຜູ້ປະຈຳການຄະນະເລຂາ ພົບປະກັບຜູ້ມີສິດເລືອກຕັ້ງ
(ພາບ: nhandan.com.vn)
ວັນທີ 26 ພະຈິກ, ທ່ານ ເຈິ່ນກວັກເວື້ອງ, ຜູ້ປະຈຳການຄະນະເລຂາ ແລະ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ແຂວງ ອຽນບ໊າຍ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ວັນເຈິ໊ນ, ອຽນບ໊າຍ.
ແລະ ກໍ່ໃນວັນທີ 26 ພະຈິກ, ທ່ານ ຫວໍວັນເຖືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ພ້ອມກັບບັນດາ ສສຊ ແຂວງ ດົ່ງນາຍ ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ຫວີງກືວ. ທ່ານ ຫວໍວັນເຖືອງ ໄດ້ຢັ້ງຢືນອີກຄັ້ງໜຶ່ງກ່ຽວກັບວຽກງານຕ້ານໄພຫຍໍ້ທໍ້, ສໍ້ລາດບັງຫຼວງ ໃນໄລຍະຜ່ານມາໄດ້ຮັບການຊີ້ນຳຢ່າງຂ້ຽວຂາດຈາກພັກ ແລະ ລັດ, ບໍ່ມີຂອບເຂດຈຳກັດ:“ນັບແຕ່ຕົ້ນອາຍຸການຮອດປະຈຸບັນໄດ້ແກ້ໄຂຢ່າງເຂັ້ມງວດ. ຈາກກຳມະການກົມການເມືອງ, ກຳມະການສູນກາງພັກ ຕະຫຼອດຮອດເລຂາຄະນະພັກແຂວງ, ລັດຖະມົນຕີ, ຮອງລັດຖະມົນຕີ… ຖ້າມີການລະເມີດກໍ່ລ້ວນແຕ່ຖືກປັບໄໝລົງໂທດໝົດ. ຜູ້ພວມດຳລົງຕຳແໜ່ງລະເມີດ ກໍ່ຖືກປັບໄໝລົງໂທດ, ຜູ້ພັກກິນເບ້ຍບຳນານລະເມີດກໍ່ຖືກປັບໄໝລົງໂທດຄືກັນ.”
(ແຫຼ່ງຄັດຈາກ VOV)