• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳພັກ, ລັດຖະບານລົງຢ້ຽມຢາມ, ອວຍພອນບຸນເຕັດປະຊາຊົນຢູ່ທ້ອງ ຖິ່ນຕ່າງໆ

ຕອນບ່າຍວັນທີ 16 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີ່ງຢຸງ ພ້ອມດ້ວຍຄະນະປະຕິບັດງານໄດ້ລົງໄປຢ້ຽມຢາມ, ອວຍພອນບຸນເຕັດຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນແຂວງ ຫວີງຟຸກ ເນື່ອງໃນໂອກາດປີໃໝ່ປະຈຳຊາດປີຊວດ. 

ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກໍ່ໄດ້ໄປມອບຂອງຂວັນບຸນເຕັດໃຫ້ແກ່ຄອບຄົວທຸກຍາກ (ພາບ: TTXVN)

ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢຸງ ຕີລາຄາວ່າ ໃນປີຜ່ານມາ, ແຂວງ ຫວີງຟຸກ ໄດ້ປະຕິບັດສຳເລັດຕົວເລກຄາດໝາຍກ່ຽວກັບການພັດທະນາເສດຖະກິດ - ສັງຄົມທັງໝົດ. ໂຄງປະກອບເສດຖະກິດຢູ່ທັງ 3 ຂົງເຂດອຸດສາຫະກຳ, ການບໍລິການ, ກະສິກຳລ້ວນແຕ່ບັນລຸໄດ້ໝາກຜົນຫລາຍຢ່າງ. ບັນດາຂົງເຂດວັດທະນະທຳ, ສັງຄົມ, ສຶກສາ, ສາທາລະນະສຸກກໍ່ບັນລຸໄດ້ໝາກຜົນດີສົມຄວນ; ຄວາມສະຫງົບ, ເປັນລະບຽບຮຽບຮ້ອຍໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງ, ສ້າງສະພາບແວດລ້ອມໃຫ້ແກ່ການລົງທຶນ, ພັດທະນາ. ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບຄວາມເອົາໃຈໃສ່ ແລະ ນັບມື້ນັບໄດ້ຮັບການຍົກສູງຂຶ້ນ.

        ແລະກໍ່ໃນວັນທີ 16 ມັງກອນ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກໍ່ໄດ້ໄປມອບຂອງຂວັນບຸນເຕັດໃຫ້ແກ່ຄອບຄົວທຸກຍາກ ແລະ ເປົ້າໝາຍທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເມືອງ ຄ໊ວາຍເຈົາ, ແຂວງ ຮຶງອຽນ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບຫົວໜ້າຄະນະຜູ້ແທນບັນດາປະເທດທີ່ມາເຂົ້າຮ່ວມພິທີລົງນາມສົນທິສັນຍາ ຮ່າໂນ້ຍ

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບຫົວໜ້າຄະນະຜູ້ແທນບັນດາປະເທດທີ່ມາເຂົ້າຮ່ວມພິທີລົງນາມສົນທິສັນຍາ ຮ່າໂນ້ຍ

ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ການເຂົ້າຮ່ວມຂອງບັນດາປະເທດ ແລະ ອົງການຈັດຕັ້ງສາກົນທີ່ເຫດການມີລັກສະນະທົ່ວໂລກນີ້ແມ່ນສິ່ງພິສູດຢ່າງມີຊີວິດຊີວາໃຫ້ແກ່ນ້ຳໃຈສາມັກຄີສາກົນ ເພື່ອພ້ອມກັນຮັບມືກັບສິ່ງທ້າທາຍລວມຂອງມວນມະນຸດ.

Top