• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳພັກ,ລັດ,ສະພາແຫ່ງຊາດໄປອວຍພອນເນື່ອງໃນໂອກາດວັນບຸນຄຼິດສະມາດແລະປີໃໝ່ສາກົນ 2021

      ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕີລາຄາສູງຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມຂອງບັນດາອົງການຈັດຕັ້ງສາສະໜາ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄປຢ້ຽມຢາມ ແລະ ອວຍພອນຢູ່ສຳນັກສັງຄະລາດໃຫຍ່ເຫ້ວ
(ພາບ: VGP)
      ເນື່ອງໃນໂອກາດປີໃໝ່ສາກົນ 2021 ແລະ ວັນບຸນຄຼິດສະມາດ, ຕອນເຊົ້າວັນທີ 22 ທັນວາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະປະຕິບັດງານຂອງສະພາແຫ່ງຊາດໄດ້ໄປຢ້ຽມຢາມ ແລະ ອວຍພອນຢູ່ສຳນັກສັງຄະລາດໃຫຍ່ເຫ້ວ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕີລາຄາສູງຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມຂອງບັນດາອົງການຈັດຕັ້ງສາສະໜາ; ປະຕິບັດບັນດາການກະທຳອັນສູງສົ່ງ, ສະໜັບສະໜູນປະຊາຊົນຢູ່ເຂດພາກກາງ ທີ່ເຄາະຮ້າຍຈາກໄພສຳມະຊາດ, ນ້ຳຖ້ວມ. ທ່ານນາງປະທານສະແຫ່ງຊາດ ຫງວຽນທິກິມເງິນ, ກ່າວວ່າ.
        “ໃນສະພາບທີ່ປະສົບກັບຄວາມຫຍຸ້ງຍາກນັ້ນ, ພວກຂ້າພະເຈົ້າໄດ້ຕີລາຄາສູງຄວາມສາມັກຄີ, ຮ່ວມແຮງຮ່ວມໃຈຂອງປະຊາຊົນ, ໃນນັ້ນມີບົດບາດຂອງບັນດາອົງການຈັດຕັ້ງສາສະໜາ, ພິເສດແມ່ນສະມາຄົມຄຼິດທະສາສະໜາ ແລະ ພໍ່ແມ່ຊາວຄຼິດຢູ່ແຂວງ ເທື່ອທຽນ-ເຫ້ວ ເວົ້າສະເພາະ ແລະ ທົ່ວປະເທດເວົ້າລວມ ທີ່ໄດ້ມີການສະໜັບສະໜູນ. ຜ່ານບັນດາສັງຄະນາຍົກ, ຄຸນພໍ່, ພ້ອມກັບຊາວຄຼິດ ໄດ້ສະໜັບສະໜູນບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ.”
        ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ໄດ້ໄປຢ້ຽມຢາມ ແລະ ອວຍພອນຢູ່ສຳນັກສັງຄະລາດໃຫຍ່ ດ່າລາດ ແລະ ສະມາຄົມສາສະໜາໂປແຕັກຕັງຫວຽດນາມ (ທາງພາກໃຕ້) ຢູ່ແຂວງ ເລິມດົ່ງ ເຊັ່ນດຽວກັນ.
(ແຫຼ່ງຄັດຈາກ VOV)

ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ P4G ໃນປີ 2025

ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ P4G ໃນປີ 2025

ກອງປະຊຸມໂດຍລັດຖະບານ Colombia ຈັດຕັ້ງຂຶ້ນ, ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານ 500 ທ່ານມາຈາກ 12 ປະເທດ ແລະ ບັນດາອົງການຄູ່ຮ່ວມມືຂອງ P4G.

Top