• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳນະຄອນໂຮ່ຈິມິນຕ້ອບຮັບຄະນະຜູ້ແທນພະນັກງານກະຊວງວິທະຍາສາດ ແລະ ເຕັກໂນໂລຢີລາວ

ວັນທີ 14 ສິງຫາ, ທ່ານ ເລແທງລຽມ ຮອງປະທານປະຈຳການ ຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈິມິນ, ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນພະນັກງານ ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ສປປ.ລາວ, ນຳໂດຍທ່ານ ສູນດາລາ ສຸລິອຸດົງ ຮອງລັດຖະມົນຕີ ທີ່ກຳລັງມາຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນ ໂຮ່ຈິມິນ.


ການນຳນະຄອນໂຮ່ຈິມິນຕ້ອບຮັບຄະນະຜູ້ແທນພະນັກງານກະຊວງວິທະຍາສາດ ແລະ ເຕັກໂນໂລຢີລາວ

(ພາບ: hcmcpv.org.vn)

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານ ສູນດາລາ ສຸລິອຸດົງ ໃຫ້ຮູ້ວ່າ: ຄະນະພະນັກງານຂອງ ກະຊວງວິທະຍາສາດ ແລະ ເຕັກໂນໂລຢີລາວ ມາເຮັດວຽກຢູ່ຫວຽດນາມ ແລະ ມາຢ້ຽມຢາມນະຄອນ ໂຮ່ຈິມິນ ເພື່ອແນໃສ່ຊອກຮູ້, ຮ່ຳຮຽນເອົາບົດຮຽນ ກ່ຽວກັບບັນດານະໂຍບາຍ ຊຸກຍູ້ ການພັດທະນາວິທະຍາສາດ - ເຕັກໂນໂລຢີ ແລະ ໃນຂົງເຂດຊັບສິນທາງປັນຍາ, ເຊິ່ງ ນະຄອນ ໂຮ່ຈິມິນ ແມ່ນໜຶ່ງໃນບັນດາທ້ອງຖີ່ນນຳໜ້າຂອງ ຫວຽດນາມ. ທ່ານ ສູນດາລາ ສຸລິອຸດົງ ສະແດງຄວາມມຸ່ງມາດປາຖະໜາວ່າ ໃນໄລຍະທີ່ຈະມາເຖິງ ຈະສືບຕໍ່ໄດ້ຮັບການໜູນຊ່ວຍ, ຊ່ວຍເຫຼືອຂອງນະຄອນ ໂຮ່ຈິມິນ ຕໍ່ບັນດາຂົງເຂດການພັດທະນາຂອງລາວ, ໃນນັ້ນ, ມີຂົງເຂດການພັດທະນາວິທະຍາສາດ - ເຕັກໂນໂລຢີ.

ທີ່ການເຮັດວຽກ, ສອງຝ່າຍໄດ້ມີການແລກປ່ຽນ ກ່ຽວກັບບັນດານະໂຍບາຍ ໜູນຊ່ວຍ ພັດທະນາຂົງເຂດວິທະຍາສາດ - ເຕັກໂນໂລຢີ ຂອງນະຄອນ ໂຮ່ຈິມິນ (ພິເສດ ໃນໄລຍະ 2016-2020); ລະບົບບໍລິຫານລັດ ກ່ຽວກັບວຽກງານຊັບສິນທາງປັນຍາ, ນະໂຍບາຍໜູນຊ່ວຍການພັດທະນາຊັບສິນທາງປັນຍາ ທີ່ນະຄອນ ໂຮ່ຈິມິນ.

(ແຫຼ່ງຄັດຈາກ VOV)


ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top