• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການດຶງດູດທຶນ FDI ເຂົ້າ ຫວຽດນາມ ຍັງຕັ້ງໜ້າພໍສົມຄວນ

ໃນ 8 ເດືອນຕົ້ນປີ 2025, ຫວຽດນາມ ໄດ້ດຶງດູດທຶນ FDI ໄດ້ກວ່າ 26 ຕື້ USD, ເພີ່ມຂຶ້ນ 27,3% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024.
ທ່ານນາງ ດ່າວແທັງເຮືອງ, ຮອງຫົວໜ້າກົມລົງທຶນຕ່າງປະເທດ, ກະຊວງການເງິນ ຫວຽດນາມ (ພາບ: Bnews/Vnanet)

ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນໄຕມາດທີ 3 ປີ 2025, ຕອນບ່າຍວັນທີ 03 ຕຸລາ, ທ່ານນາງ ດ່າວແທັງເຮືອງ, ຮອງຫົວໜ້າກົມລົງທຶນຕ່າງປະເທດ, ກະຊວງການເງິນ ຫວຽດນາມ, ໃຫ້ຮູ້ວ່າ ໃນສະພາບກະແສເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃນທົ່ວໂລກພວມຊັກຊ້າ ແລະ ບໍ່ເໜັງຕີງ, ໂດຍສະເພາະແມ່ນທຶນຈົດທະບຽນໃໝ່ນັ້ນ, ການດຶງດູດທຶນ FDI ເຂົ້າ ຫວຽດນາມ ຍັງຕັ້ງໜ້າພໍສົນຄວນ.

ໃນ 8 ເດືອນຕົ້ນປີ 2025, ຫວຽດນາມ ໄດ້ດຶງດູດທຶນ FDI ໄດ້ກວ່າ 26 ຕື້ USD, ເພີ່ມຂຶ້ນ 27,3% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024. ຕາມການຕີລາຄາຂອງທ່ານນາງແລ້ວ, ທຶນ FDI ລົງທຶນເຂົ້າຂົງເຂດອຸດສາຫະກຳປຸງແຕ່ງ, ການຜະລິດ ຍັງນຳໜ້າໃນບັນດາຂະແໜງ, ຂົງເຂດດຶງດູດທຶນ FDI. ທ່ານນາງກໍ່ໃຫ້ຮູ້ວ່າ ໝາກຜົນຂອງການດຶງດູດທຶນ FDI ໃນຊຸມເດືອນຜ່ານມາແມ່ນມີຄວາມຕັ້ງໜ້າພໍສົມຄວນ, ແຕ່ເຖິງຢ່າງໃດກໍ່ຕາມ, ດ້ວຍເປົ້າໝາຍດຶງດູດທຶນ FDI ໃນປີ 2025 ໃຫ້ໄດ້ປະມານ 38 – 40 ຕື້ USD ນັ້ນ ຍັງແມ່ນສິ່ງທ້າທາຍສຳລັບ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

ການຢ້ຽມຢາມດຳເນີນໄປໃນຈຸດເວລາທີ່ທັງສອງປະເທດ ພວມຢືນຢູ່ບັນດາຄວາມຮຽກຮ້ອງພັດທະນາໃໝ່. ຫວຽດນາມ ພວມຍູ້ແຮງການຫັນເປັນອຸດສາຫະກຳ, ທັນສະໄໝ, ມຸ່ງໄປສູ່ສອງເປົ້າໝາຍພັດທະນາ 100 ປີໃນປີ 2030 ແລະ 2045.

Top