• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຊັກຖາມ ແລະ ຕອບຄຳຊັກຖາມທີ່ກອງປະຊຸມສະໄໝສາມັນເທື່ອທີ 7 ບັນລຸຜົນສຳເລັດ, ເຮັດແຈ້ງໜ້າທີ່, ມາດຕະການແກ້ໄຂ

ບັນດາເນື້ອໃນນຳມາຊັກຖາມໃນຄັ້ງນີ້ແມ່ນຕິດແທດກັບຊີວິດການເປັນຢູ່, ກໍ່ແມ່ນຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງ.
(ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV)

ບັນດາສະມາຊິກສະພາແຫ່ງຊາດມີການກະກຽມຢ່າງລອບຄອບທີ່ຖ້ວນໃນການຕັ້ງຄຳຊັກຖາມ; ບັນດາທ່ານລັດຖະມົນຕີກຳແໜ້ນບັນຫາໄດ້ດີ ແລະ ມີຈິດໃຈຄວາມຮັບຜິດຊອບໃນການຕອບຄຳຊັກຖາມ. ນີ້ແມ່ນຂໍ້ສັງເກດເຊິ່ງສະມາຊິກສະພາແຫ່ງຊາດຫຼາຍທ່ານໄດ້ຍົກອອກມາ, ພາຍຫຼັງສິ້ນສຸດການຊັກຖາມເປັນເວລາ 2 ມື້ເຄິ່ງ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV. ທ່ານ ຈິງຊວັນອານ, ສະມາຊິກສະພາແຫ່ງຊາດແຂວງ ດົ່ງນາຍ, ຖືວ່າ:

“ການກະກຽມໃຫ້ແກ່ການຊັກຖາມ ແລະ ຕອບຄຳຊັກຖານທີ່ສະໄໝປະຊຸມຄັ້ງນີ້ແມ່ນລະອຽດລະອໍທີ່ສຸດ. ສະພາແຫ່ງຊາດໄດ້ກະກຽມກ່ອນຈັດກອງປະຊຸມ, ສ່ວນອົງການ, ຂະແໜງການທີ່ໄດ້ເລືອກຕອບຄຳຊັກຖາມ ກໍ່ຄືມີບົດລາຍງານຢ່າງລະອຽດ, ສະໜອງຂໍ້ມູນຢ່າງຄົບຖ້ວນໃຫ້ແກ່ບັນດາສະມາຊິກ ບົນພື້ນຖານນັ້ນກໍ່ຍົກອອກຂໍ້ສັງເກດ, ການຕີລາຄາ”.

ມີທັດສະນະເຊັນດຽວກັນ, ສະມາຊິກສະພາແຫ່ງຊາດຫຼາຍທ່ານໃຫ້ຂໍ້ສັງເກດວ່າ, ບັນດາເນື້ອໃນນຳມາຊັກຖາມໃນຄັ້ງນີ້ແມ່ນຕິດແທດກັບຊີວິດການເປັນຢູ່, ກໍ່ແມ່ນຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງ. ທ່ານ ຫງວຽນກົງຮ່ວາງ, ສະມາຊິກສະພາແຫ່ງຊາດ ແຂວງ ທາຍງວຽນ, ໃຫ້ຮູ້ວ່າ:

“ຜ່ານການຊັກຖາມເປັນເວລາ 2 ມື້ເຄິ່ງນັ້ນ, ຂ້າພະເຈົ້າເຫັນວ່າບັນລຸໄດ້ບັນດາຄວາມຮຽກຮ້ອງ, ເນື້ອໃນແທດຈິງເຊິ່ງຜູ້ມີສິດເລືອກຕັ້ງມີຄວາມສົນໃຈ. ພ້ອມກັນນັ້ນ, ບັນດາທ່ານລັດຖະມົນຕີ, ຫົວໜ້າຂະແໜງກໍ່ມີຄຳຕອບໃກ້ຊິດກັບເນື້ອໃນທີ່ສະມາຊິກສະພາແຫ່ງຊາດມີຄວາມສົນໃຈພໍສົນຄວນ. ເຖິງຢ່າງໃດກໍ່ຕາມ, ມີເນື້ອໃນຈຳນວນໜຶ່ງທີ່ສະມາຊິກສະພາແຫ່ງຊາດຍົກອອກມາ ບໍ່ມີເວລາຢ່າງພຽງພໍເພື່ອໃຫ້ປະຊາຊົນໃນທົ່ວປະເທດໄດ້ຮັບຟັງໂດຍກົງໄດ້”.

(ແຫຼ່ງຄັດຈາກ VOV)

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຕອນຄ່ຳວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີເຊີດຊູ ແລະ ມອບນາມມະຍົດຊາວກະສິກອນ ຫວຽດນາມ ດີເດັ່ນ 40 ປີແຫ່ງການປ່ຽນໃໝ່ປີ 2026.

Top