• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກາຍະສິນຫວຽດນາມພົ້ນເດັ່ນຂຶ້ນໃນຄ່ຳຄືນສະແດງຊິງຊະນະເລີດ Britain’s Talent 2018

      ໃນຄ່ຳຄືນສະແດງຊິງຊະນະເລີດ Britain’s Talent 2018 ຖືກດຳເນີນໃນຕອນຄ່ຳວັນທີ 03 ມິຖຸນາ ທີ່ລອນດອນ, ປະເທດອັງກິດ, ລາຍການສະແດງຄ້ຳຢັນດ້ວຍຫົວໃສ່ກັນຂອງສອງອ້າຍນ້ອງ ກັວກເກີ - ກັວກງຽບ ໄດ້ສ້າງຄວາມປະທັບໃຈຕໍ່ຜູ້ຊົມ.

ລາຍການສະແດງຄ້ຳຢັນດ້ວຍຫົວໃສ່ກັນຂອງສອງອ້າຍນ້ອງ ກັວກເກີ - ກັວກງຽບໃນຄ່ຳຄືນສະແດງ
ຊິງຊະນະເລີດ
Britain’s Talent 2018
(ພາບ: tintuc.vn)
      ເຖິງວ່າບໍ່ໄດ້ຮັບລາງວັນກໍຕາມ ແຕ່ລາຍການສະແດງຂອງສອງອ້າຍນ້ອງນັ້ນ ໄດ້ພິຊິດດວງໃຈຜູ້ຊົມອັງກິດ ເຊິ່ງແມ່ນບັນດາຜູ້ຄົນສຸດທີ່ເຄັ່ງຄັດໃນດ້ານສິລະປະ.
        Britain’s Talent ແມ່ນລາຍການໂທລະພາບ ເພື່ອຊອກຫາຜູ້ມີຄວາມເກັ່ງກ້າສາມາດຂອງປະເທດອັງກິດ. ລາຍການດັ່ງກ່າວ  ຖືກສ້າງຕັ້ງຂຶ້ນໂດຍ Simon Cowell ດາລານັກສະແດງຄົນໜຶ່ງຂອງອັງກິດ , ແຕ່ປີ 2007 ເປັນຕົ້ນໄປມາ. ຜູ້ຍາດໄດ້ໄຊຊະນະໃນ Britain’s Talent 2018 ແມ່ນ Lee Ridley ເຊິ່ງເປັນຄົນພິການປາກກືກ.  ດ້ວຍຄວາມຕະຫຼົກ, ຍອດຢ້ຽມເປັນພິເສດ ນັ້ນກໍຄືການໂອ້ລົມສົນທະນາກັບບັນດາທ່ານຜູ້ຊົມຜ່ານ ipad ເຊິ່ງເຮັດໃຫ້ຍາດໄດ້ລາງວັນຊະນະເລີດ ດ້ວຍຈຳນວນເງິນ 100.000 ປອນ ແລະ ຈະໄດ້ສະແດງໃຫ້ບັນດາສະມາຊິກລາຊະວົງອັງກິດຮັບຊົມ ອີກດ້ວຍ.
 (ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top