• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ກະ​ຊວງ​ພາຍ​ໃນ​ອີ​ຕາ​ລີ​ສົ່ງ​ຈົດ​ໝາຍ​ສະ​ແດງ​ຄວາມຂອບ​ໃຈ​ຫວຽດ​ນາມ ໃນ​ການໜູ​ນ​ຊ່ວຍ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລ​ກ​ລະ​ບາດ Covid– 19

ກະຊວງການຕ່າງປະເທດ ອີຕາລີຫາກໍ່ສົ່ງຈົດໝາຍເຖິງທ່ານຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໃນນັ້ນໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງເຖິງລັດຖະບານ ແລະ ປະຊາຊົນ ຫວຽດນາມ ໃນການໜູນຊ່ວຍປະເທດນີ້ຮັບມືກັບໂລກລະບາດ Covid– 19.


ຜູ້ຕິດເຊື້ອພະຍາດ Covid - 19 ໄດ້ຮັບການປິ່ນປົວຢູ່ໂຮງໝໍແຫ່ງໜຶ່ງຢູ່ Rome, ອີຕາລີ

(ພາບ: THX/TTXVN) 


ຈົດໝາຍໄດ້ຊີ້ແຈ້ງວ່າ ໃນໄລຍະທີ່ປະສົບກັບສິ່ງທ້າທາຍຄືໃນປັດຈຸບັນ, ການພົວພັນອັນເລິກເຊິ່ງລະຫວ່າງ ສອງປະເທດໄດ້ສະແດງອອກໃຫ້ເຫັນຜ່ານຄວາມສາມັກຄີຢູ່ຫຼາຍຂັ້ນ, ປັດຈຸບັນລັດຖະບານອີຕາລີ ພວມມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຄວບຄຸມການແຜ່ລະບາດຂອງໂລກລະບາດ Covid– 19, ດູແລໃຫ້ບັນດາຜູ້ຖືກຜົນສະທ້ອນ ແລະ ຮັບມືກັບບັນດາຜົນກະທົບດ້ານເສດຖະກິດທີ່ເກີດຈາກໂລກລະບາດ Covid– 19 ນີ້. ການຊ່ວຍເຫຼືອຂອງ ຫວຽດນາມເປັນທີ່ຈະແຈ້ງແລ້ວວ່າ ຈະປະກອບສ່ວນໜູນຊ່ວຍອີຕາລີບັນລຸໄດ້ຜົນສຳເລັດກໍ່ຄືຊ່ວຍຟື້ນຟູອີຕາລີ. ປະຊາຊົນອີຕາລີຍາມໃດກໍ່ຈົດຈຳຄຸນງາມຄວາມດີ ແລະ ຄວາມສາມັກຄີຂອງ ຫວຽດນາມ.”

ທ່ານ Luciana Lamorgeseລັດຖະມົນຕີກະຊວງພາຍໃນ ອີຕາລີກໍ່ໄດ້ສົ່ງຈົດໝາຍສະແດງຄວາມຂອບໃຈເຖິງທ່ານພົນເອກ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ.

ແລະກໍ່ໃນວັນທີ 10 ເມສາ, ຢູ່ດ່ານຊາຍແດນສາກົນ ຢິງບ່າ (ເມືອງ ເຕິນຮົ່ງ, ແຂວງດົ່ງທາບ) ທ່ານ ຫງວຽນວັນເຢືອງ ປະທານຄະນະກຳມະການປະຊາຊົນແຂວງດົ່ງທາບ ໄດ້ມອບອຸປະກອນການແພດ ແລະ ເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ອຳນາດການປົກຄອງ ແຂວງ Pray Veng (ລາຊະອານາຈັກ ກຳປູເຈຍ) ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດ Covid - 19.

 (ແຫຼ່ງຄັດຈາກ VOV)

ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ​ນັດ​ສາ​ມັນ​: ໃຫ້​ບຸ​ລິ​ມະ​ສິດ​ແກ່​ການ​ຊຸກ​ຍູ້​ການ​ເຕີບ​ໂຕ

ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ​ນັດ​ສາ​ມັນ​: ໃຫ້​ບຸ​ລິ​ມະ​ສິດ​ແກ່​ການ​ຊຸກ​ຍູ້​ການ​ເຕີບ​ໂຕ

ລັດຖະບານໄດ້ເຫັນດີເປັນເອກະພາບເລືອກເອົາແຜນການເຕີບໂຕສູງທີ່ສຸດໃນປີນີ້ ແມ່ນການເຕີບໂຕເສດຖະກິດທົ່ວປີ ບັນລຸລະດັບປະມານ 6%, ໄຕມາດທີ IV ຕ້ອງເພີ່ມຂຶ້ນ 10,6% ເພື່ອສືບຕໍ່ສຸຊົນບັນລຸໄດ້ໝາກຜົນສູງທີ່ສຸດທີ່ສາມາດບັນລຸໄດ້ໃນທົ່ວປີ.

Top