• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງສາທາລະນະສຸກ ຫວຽດນາມ ເຈລະຈາກັບ ກູບາ ກ່ຽວກັບການຮ່ວມມືຜະລິດວັກຊິນກັນໂຄວິດ - 19

      ຝ່າຍກູບາ ໃຫ້ຮູ້ວ່າ, ວັກຊິນ Abdala ຂອງປະເທດນີ້ ໄດ້ຜ່ານ 3 ໄລຍະທົດລອງສັກຕໍ່ຄົນແລ້ວ ໂດຍສະແດງໃຫ້ເຫັນ ເຖິງຄວາມສາມາດໃນການສະກັດກັ້ນໄວຣັດສາຍພັນໃໝ່ຂອງ SARS – CoV – 2. ເຖິງຢ່າງໃດກໍ່ຕາມ, ວັກຊິນ ນີ້ຍັງບໍ່ທັນໄດ້ຮັບການທົດລອງສັກຕໍ່ຄົນຢູ່ປະເທດໃດໃນໂລກເທື່ອ.
ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທັງລອງ ແລກປ່ຽນທາງອອນລາຍກັບ ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ກູບາ Jose Angel Portal Miranda (ພາບ: VGP)
      ຕອນຄ່ຳວັນທີ 16 ມິຖຸນາ, ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທັງລອງ ໄດ້ມີການແລກປ່ຽນທາງອອນລາຍກັບ ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ກູບາ Jose Angel Portal Miranda, ກ່ຽວກັບການຖ່າຍທອດເຕັກໂນໂລຢີ ວັກຊິນ Abdala ໂດຍ ກູບາ ຜະລິດ ແລະ ອາດຈະໄດ້ຮັບການຜະລິດວັກຊິນຊະນິດນີ້ ຢູ່ ຫວຽດນາມ.
            ຝ່າຍກູບາ ໃຫ້ຮູ້ວ່າ, ວັກຊິນ Abdala ຂອງປະເທດນີ້ ໄດ້ຜ່ານ 3 ໄລຍະທົດລອງສັກຕໍ່ຄົນແລ້ວ ໂດຍສະແດງໃຫ້ເຫັນ ເຖິງຄວາມສາມາດໃນການສະກັດກັ້ນໄວຣັດສາຍພັນໃໝ່ຂອງ SARS – CoV – 2. ເຖິງຢ່າງໃດກໍ່ຕາມ, ວັກຊິນ ນີ້ຍັງບໍ່ທັນໄດ້ຮັບການທົດລອງສັກຕໍ່ຄົນຢູ່ປະເທດໃດໃນໂລກເທື່ອ.
        ຕາມທ່ານ Jose Angel Portal Miranda ແລ້ວ, ກູບາ ສາມາດຜະລິດວັກຊິນ Abdala ປະມານ 100 ລ້ານໂດສ/ປີ, ແຕ່ ກູບາ ນຳໃຊ້ພຽງແຕ່ 30 ລ້ານໂດສ ໃຫ້ແກ່ຕະຫຼາດພາຍໃນປະເທດ. ດັ່ງນັ້ນ, ຝ່າຍ ກູບາ ພ້ອມແລ້ວທີ່ຈະລົງລາຍເຊັນຮ່ວມມືກັບ ຫວຽດນາມ ກ່ຽວກັບການສະໜອງວັກຊິນ Abdala, ພ້ອມທັງ ຮ່ວມມືກັບ ຫວຽດນາມ ເພື່ອຖ່າຍທອດເຕັກໂນໂລຢີໃນການຜະລິດວັກຊິນນີ້. ຖ້າຫາກວ່າ ຫວຽດນາມ ມີຄວາມຕ້ອງການວັກຊິນນີ້ຫຼາຍກ່ວາ ກູບາ ກໍ່ຈະເປີດໂຮງງານຜະລິດຕື່ມອີກ 2 ແຫ່ງເພື່ອຕອບສະໜອງຄວາມຕ້ອງການຂອງ ຫວຽດນາມ.
        ສ່ວນທ່ານ ລັດຖະມົນຕີກະຊວງ ສາທາລະນະສຸກ ຫງວຽນແທັງລອງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ບັນດາເຈດຕະນາດີຂອງ ກູບາ, ພ້ອມທັງຢັ້ງຢືນວ່າ ກະຊວງສາທາລະນະສຸກ ຫວຽດນາມ ສະໜັບສະໜູນສຳລັບການຮ່ວມມືນີ້ ແລະ ມອບໃຫ້ ສະຖາບັນວັກຊິນ ແລະ ຜະລິດຕະພັນຊີວະພາບ ຍາຈາງ (IVAC) ແມ່ນຫົວໜ່ວຍຂົວຕໍ່ ໃນການຮັບການຖ່າຍທອດເຕັກໂນໂລຢີ ແລະຜະລິດວັກຊິນ Abdala.
 (ແຫຼ່ງຄັດຈາກ VOV)

ຫ​ວຽດ​ນາມ ພວມ​ຕິດ​ຕາມ​ກຳ​ປັ່ນຊ້​ຽງ​ຢາງ​ຮົງ 10 ຂອງ​ ຈີນ

ຫ​ວຽດ​ນາມ ພວມ​ຕິດ​ຕາມ​ກຳ​ປັ່ນຊ້​ຽງ​ຢາງ​ຮົງ 10 ຂອງ​ ຈີນ

ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາອົງການທີ່ກ່ຽວຂ້ອງຂອງຈີນ ປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດ.

Top