• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງປ້ອງກັນປະເທດ ລາວ ຈັດພິທີສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ - ຫວຽດນາມ 2022

ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ, ໃນຊຸມເດືອນປີທີ່ຫຍຸ້ງຍາກ, ລຳບາກ, ດຸເດືອດທີ່ສຸດນັ້ນ, ກອງທັບ ແລະ ປະຊາຊົນ 2 ປະເທດໄດ້ສະຫງວນການແບ່ງປັນດ້ານວັດຖຸຢ່າງໃຫຍ່ຫຼວງ, ເລິກເຊິ່ງໃຫ້ກັນ
  (ຫຼາຍການສະແດງສິລະປະທີ່ພິທີສະເຫຼີມສະຫຼອງ)  

ຕອນບ່າຍວັນທີ 14 ກັນຍາ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ດຳເນີນພິທີສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ - ຫວຽດນາມ, ຫວຽດນາມ - ລາວ 2022 ໂດຍກະຊວງປ້ອງກັນປະເທດ ລາວ ຈັດຂຶ້ນ. ເຂົ້າຮ່ວມພິທີມີທ່ານພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ; ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ. ກ່າວຄຳເຫັນທີ່ພິທີ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ, ໃນຊຸມເດືອນປີທີ່ຫຍຸ້ງຍາກ, ລຳບາກ, ດຸເດືອດທີ່ສຸດນັ້ນ, ກອງທັບ ແລະ ປະຊາຊົນ 2 ປະເທດໄດ້ສະຫງວນການແບ່ງປັນດ້ານວັດຖຸຢ່າງໃຫຍ່ຫຼວງ, ເລິກເຊິ່ງໃຫ້ກັນເພື່ອຂຽນເປັນບົດເພງອຳມະຕະກ່ຽວກັບນ້ຳໃຈສາມັກຄີຮ່ວມສຳພັນສູ້ຮົບລະຫວ່າງ 2 ຊາດ, ເຊິ່ງໄດ້ຮັບການຮັບຮູ້ຈາກໂລກ ແລະ ເປັນແບບຢ່າງໃນການພົວພັນສາກົນ.

ເນື່ອງໃນໂອກາດນີ້, ທ່ານພົນເອກ ຟານວັນຢາງ ໄດ້ສະແດງຄຳຂອບໃຈຕໍ່ພັກ, ປະຊາຊົນ ແລະ ກອງທັບ ລາວ ທີ່ໄດ້ເອົາໃຈໃສ່, ສ້າງເງື່ອນໄຂໃຫ້ແກ່ວຽກງານ ຊອກຫາ, ທ້ອນໂຮມ ແລະ ສົ່ງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ ກັບຄືນເມືອປະເທດ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top