• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງປ້ອງກັນປະເທດ ຍ້ອງຍໍບັນດານາຍທະຫານທີ່ໄປແກ້ຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວຢູ່ ເວເນຊູເອລາ

ໃນຈົດໝາຍໃຫ້ຮູ້ວ່າ ໂດຍປະຕິບັດຄຳສັ່ງຂອງການນຳພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຕົກລົງຈັດສົ່ງນາຍທະຫານທີ່ເປັນມືອາຊີບ 82 ຄົນ ພ້ອມກັບເຄື່ອງອຸປະກອນ, ໝາວິຊາສະເພາະ ໄປໜູນຊ່ວຍ ເວເນຊູເອລາ
(ພາບປະກອບ)

ວັນ​ທີ 03 ກໍ​ລະ​ກົດ, ທ່ານ​ພົນ​ເອກ ຟານ​ວັນ​ຢາງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໄດ້​ສົ່ງ​ຈົດ​ໝາຍ​ຍ້ອງ​ຍ​ໍ​ບັນ​ດາ​ນາຍ​ທະ​ຫານ​ວິ​ຊາ​ຊີບທີ່​ພວມ​ເຂົ້າ​ຮ່ວມ​ການ​ແກ​້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ເຫດ​ແຜນ​ດິນ​ໄຫວທີ່​ເກີດ​ຂຶ້ນ​ໃນ​ວັນ​ທີ 24 ມິ​ຖຸ​ນາ ຢູ່ ເວ​ເນ​ຊູ​ເອ​ລາ.

ໃນຈົດ​ໝາຍ​ໃຫ້​ຮູ້​ວ່າ ໂດ​ຍ​ປະ​ຕິ​ບັດ​ຄຳ​ສັ່ງ​ຂອງ​ການ​ນຳ​ພັກ, ລັດ, ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໄດ້ຕົກ​ລົງ​ຈັດ​ສົ່ງ​ນາຍ​ທະ​ຫານທີ່​ເປັນ​ມື​ອາ​ຊີບ 82 ຄົນ ພ້ອມ​ກັບ​ເຄື່ອງ​ອຸ​ປະ​ກອນ, ໝາວິຊາສ​ະ​ເພາະ​ ໄປ​ໜູນ​ຊ່ວຍ ເວ​ເນ​ຊູ​ເອ​ລາ ແກ​້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ເຫດ​ແຜນ​ດິນ​ໄຫວ. ບັນ​ດາ​ນາຍ​ທະ​ຫານ ໄດ້​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ກັບ​ກຳ​ລັງ​ທີ່​ມີ​ໜ້າ​ທີ່​ປະ​ເທດ​ປະ​ຈຳ​ຖິ່ນ, ນຳ​ເອົາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ອອກ​ຈາກ​ຊາກ​ຫັກ​ພັງ​ນັບ​ສີບ​ຄົນ ແລ້ວມອບ​ໃຫ້​ອຳ​ນາດ​ການ​ປົກ​ຄອງ ເວ​ເນຊູ​ເອ​ລາ; ພ້ອມ​ກັນ​ນັ້ນ, ກໍ່ຕັ້ງ​ໜ້າ​ໜູນ​ຊ່ວຍ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຢູ່​ສະ​ຖານ​ທີ່​ເກີດ​ເຫດ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຢ່​າງ​ສູງສຸດ. ໝາກ​ຜົນ​ນັ້ນໄດ້​ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ, ມູນ​ເຊື້ອ​ອັນ​ດີ​ງາມ​ຂອງ​ຊາດ ຫວຽດ​ນາມ ແລະ ຄຸນ​ນະ​ທາດ​ອັນ​ສູງ​ສົ່ງຂອງ “ທະ​ຫານ​ລຸ່ງ ໂຮ່” ບົນ​ເວ​ທີ​ສາ​ກົນ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ແກ້ໄຂບັນດາຈຸດອຸດຕັນເພື່ອຊຸກຍູ້ການເຕີບໂຕໃຫ້ໄດ້ຢ່າງໜ້ອຍສຸດ 10%

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ແກ້ໄຂບັນດາຈຸດອຸດຕັນເພື່ອຊຸກຍູ້ການເຕີບໂຕໃຫ້ໄດ້ຢ່າງໜ້ອຍສຸດ 10%

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ສັງເຂບ 6 ໝາກຜົນພົ້ນເດັ່ນເຊິ່ງລັດຖະບານບັນລຸໄດ້ໃນໄລຍະຜ່ານມາ, ພ້ອມກັນນັ້ນ ກໍ່ຊີ້ນຳການແກ້ໄຂບັນດາຈຸດອຸດຕັນເພື່ອຊຸກຍູ້ການເຕີບໂຕໃຫ້ໄດ້ຢ່າງໜ້ອຍສຸດ 10%.

Top