• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງຕຳຫຼວດ ຫວຽດນາມ ພ້ອມແລ້ວທີ່ຈະເປີດກວ້າງການຮ່ວມມືກັບສະຫະພາບເອີຣົບ ໃນຫຼາຍຂົງເຂດ

      ຕອນບ່າຍຂອງວັນທີ 23 ພະຈິກ, ຢູ່ ນະຄອນຫຼວງຮ່າໂນ້ຍ, ທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕໍາຫຼວດ ຫວຽດນາມ, ໄດ້ໃຫ້ການຕ້ອນຮັບທ່ານ  Giorgio Aliberti, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຂອງສະຫະພາບເອີຣົບ (EU) ປະຈຳ ຫວຽດນາມ.
ທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕໍາຫຼວດ ຫວຽດນາມ ຕ້ອນຮັບທ່ານ  Giorgio Aliberti, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຂອງສະຫະພາບເອີຣົບ ປະຈຳ ຫວຽດນາມ.
      ໃນການຕ້ອນຮັບ, ທ່ານລັດຖະມົນຕີ ໂຕເລີມ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປີດກວ້າງ ການຮ່ວມມືກັບ ສະຫະພາບເອີຣົບ (EU) ໃນຂົງເຂດການບຳລຸງກໍ່ສ້າງ, ປະສານງານໃນການບໍລິຫານຂໍ້ມູນ, ປ້ອງກັນ, ຕ້ານບັນດາປະເພດອາດຊະຍາກຳໃນເຄືອຂ່າຍອິນເຕີເນັດ. ທ່ານລັດຖະມົນຕີ ໂຕເລີ່ມ ສະເໜີໃນເວລາທີ່ຈະມາເຖິງນີ້ສອງຝ່າຍເພີ່ມທະວີແລກປ່ຽນຂໍ້ມູນຂ່າວສານ, ສ້າງນະໂຍບາຍ, ກົດໝາຍ, ແບ່ງປັນປະສົບການບົດຮຽນໃນການສືບສວນ, ຢັ້ງຢືນອາດຊະຍາກຳ; ຮ່ວມມືກັນສ້າງກົນໄກປະສານງານແກ້ໄຂການລະເມີດລະບຽບກົດໝາຍ ໃນເຄືອຂ່າຍອິນເຕີເນັດ. ພ້ອມດຽວກັນນັ້ນ, ກໍ່ຍູ້ແຮງການຮ່ວມມືໃນວຽກບໍາລຸງກໍ່ສ້າງຊ່ຽວຊານເຕັກໂນໂລຊີດີຈີຕອນ, ຊ່ຽວຊານຄຸ້ມຄອງອິນເຕີເນັດ; ສົມທົບກັນຕໍ່ຕ້ານກັບບັນດາອາດຊະຍາກຳໃນເຄືອຂ່າຍອິນເຕີເນັດ.
        ສ່ວນທ່ານເອກອັກຄະລັກທະທູດ Giorgio Aliberti ຢັ້ງຢືນວ່າຈະສືບຕໍ່ມານະພະຍາຍຈົນສຸດຄວາມສາມາດຂອງຕົນ ນຳການພົວພັນມິດຕະພາບ ແລະ ຮ່ວມມືລະຫວ່າງ  ສະຫະພາບເອີຣົບ- ຫວຽດນາມ ນັບມື້ນັບພັດທະນາຢ່າງແໜ້ນແຟ້ນ ແລະ ຮອບດ້ານກວ່າເກົ່າ.
 (ແຫຼ່ງຄັດຈາກ VOV)
 
 

ຫວຽດນາມ ຕິດຕາມ ກ່ຳປັ່ນ ຫາຍຢາງ ທໍລະນີສາດ 4 ຂອງ ຈີນ ຢູ່ທະເລຕາເວັນອອກ

ຫວຽດນາມ ຕິດຕາມ ກ່ຳປັ່ນ ຫາຍຢາງ ທໍລະນີສາດ 4 ຂອງ ຈີນ ຢູ່ທະເລຕາເວັນອອກ

ບັນດາອົງການທີ່ມີໜ້າທີ່ຂອງ ຫວຽດນາມ ຍາມໃດກໍ່ຕິດຕາມບັນດາການຜັນແປຢູ່ທະເລຕາເວັນອອກ ຢ່າງໃກ້ຊິດ

Top