• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງຕຳຫຼວດຫວຽດນາມໜູນຊ່ວຍລາວກໍ່ສ້າງບັນດາຫ້ອງການຕຳຫຼວດບ້ານ 10 ແຂວງຕິດກັບຊາຍແດນ

      ນີ້ແມ່ນຫ້ອງການຕຳຫຼວດບ້ານແຫ່ງທຳອິດໃນຈຳນວນຫ້ອງການ 278 ຫຼັງ ເຊິ່ງກະຊວງຕຳຫຼວດ ຫວຽດນາມ ໜູນຊ່ວຍກະຊວງຕຳຫຼວດ ລາວ ທີ່ຈະກໍ່ສ້າງໃນໄລຍະຈະມາເຖິງ.
ພິທີເລີ່ມລົງມືກໍ່ສ້າງຫ້ອງການຕຳຫຼວດບ້ານ ນາທອນ, ເມືອງ ຄຳເກີດ
(ພາບ: TTXVN)
      ວັນທີ 12 ພະຈິກ, ໄດ້ດຳເນີນພິທີເລີ່ມລົງມືກໍ່ສ້າງຫ້ອງການຕຳຫຼວດບ້ານ ນາທອນ, ເມືອງ ຄຳເກີດ, ແຂວງ ບໍລິຄຳໄຊ, ປະເທດລາວ. ນີ້ແມ່ນຫ້ອງການຕຳຫຼວດບ້ານແຫ່ງທຳອິດໃນຈຳນວນຫ້ອງການ 278 ຫຼັງ ເຊິ່ງກະຊວງຕຳຫຼວດ ຫວຽດນາມ ໜູນຊ່ວຍກະຊວງຕຳຫຼວດ ລາວ ທີ່ຈະກໍ່ສ້າງໃນໄລຍະຈະມາເຖິງ. ກ່າວຄຳເຫັນທີ່ພິທີ, ທ່ານຮອງລັດຖະມົນຕີກະຊວງ ຕຳຫຼວດລາວ ທອງເຫຼັກ ມັງໜໍ່ເມັກ ຢືນຢັນວ່າ ເລື່ອງກະຊວງຕຳຫຼວດ ຫວຽດນາມ ຊ່ວຍເຫຼືອກະຊວງຕຳຫຼວດ ລາວ ກໍ່ສ້າງຫ້ອງການຕຳຫຼວດບ້ານທີ່ຢູ່ຕິດກັບຊາຍແດນ 287 ຫຼັງ ດ້ວຍຂອບຂະໜາດກໍ່ສ້າງແມ່ນຄ້າຍຄືກັບຫ້ອງການຕາແສງຂອງ ຫວຽດນາມ ເຊິ່ງແມ່ນແຜນນະໂຍບາຍມີຄວາມໝາຍສຳຄັນພິເສດ, ບໍ່ພຽງແຕ່ປະກອບສ່ວນຊ່ວຍໃຫ້ ລາວ ປະຕິບັດວຽກງານຮັບປະກັນການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນໃຫ້ເປັນຢ່າງດີກວ່າເທົ່ານັ້ນ, ຫາກຍັງຊ່ວຍໃຫ້ກຳລັງຕຳຫຼວດຂອງ 2 ປະເທດ ກໍ່ສູ້ກັບອາດຊະຍາກຳຕ່າງໆຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນ ອາດຊະຍາກຳຄ້າຂາຍ, ຂົນສົ່ງຢາເສບຕິດຂ້າມຊາດ ສວຍໃຊ້ບໍລິເວນລາວ ແລະ  ຫວຽດນາມ ເພື່ອເຄື່ອນໄຫວ, ປະກອບສ່ວນຮັກສາຄວາມສະຫງົບສຸກຂອງ 2 ປະເທດ, ຜ່ານນັ້ນ ປັບປຸງ, ເພີ່ມພູນຄູນສ້າງນ້ຳໃຈສາມັກຄີແບບພິເສດ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ລາວ ຕື່ມອີກ.
(ແຫຼ່ງຄັດຈາກ VOV)
 
 

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ສະແດງຄວາມປະທັບໃຈຕໍ່ເລື່ອງນັບແຕ່ປີ 2009 ກອງທຶນຈັດການມອບລາງວັນວື່ອາຢິງ ເພື່ອແນໃສ່ຍ້ອງຍໍສັນລະເສີນບັນດາສ່ວນບຸກຄົນ, ໝູ່ຄະນະທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ, ຄົ້ນຄວ້າວິທະຍາສາດ, ວັດທະນະທຳສິລະປະ, ກິລາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ…

Top