• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງການຕ່່າງປະເທດ ອາເມລິກາ ຖືການຮ່ວມມືດ້ານການຄ້າສອງຝ່າຍກັບ ຫວຽດນາມ ເປັນສໍາຄັນ

      ບັນດາການເຄື່ອນໄຫວດ້ານການຄ້າ ແລະ ການລົງທຶນລະຫວ່າງ ອາເມລິກາ ແລະ ຫວຽດນາມ ໄດ້ຊ່ວຍສ້າງວຽກເຮັດງານທໍາໃຫ້ຄົນງານ ອາເມລິກາ ນັບໝຶ່ນໆຄົນ ແລະ ນໍາຫວຽດນາມ ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດພັດທະນາໄວທີ່ສຸດ ຢູ່ ອາຊີຕາເວັນອອກສ່ຽງໃຕ້. 

(ພາບປະກອບ:  TTXVN)
      ໃນສື່ສັງຄົມອອນລາຍ Twitter, ກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ: ໃນປີ 2019, ວົງເງິນການຄ້າສອງສົ້ນລະຫວ່າງ ອາເມລິກາ ແລະ ຫວຽດນາມ ໄດ້ລື່ນກາຍ 77 ຕື້ USD ໃນຂະແໜງການບໍລິການ ແລະ ສິນຄ້າ, ເຊິ່ງເປັນຕົວເລກທີ່ໜ້າຊື່ນຊົມ ແລະ ສະແດງໃຫ້ເຫັນການພົວພັນຮ່ວມມືລະຫວ່າງສອງປະເທດໃນ 2 ທົດສະວັດຜ່ານມາ ແມ່ນນັບມື້ນັບໄດ້ຮັບການເປີດກວ້າງ. ໃນຂະນະນັ້ນ, ຕາມກະຊວງການຄ້າ ອາເມລິກາ ແລ້ວ, ການສົ່ງອອກສິນຄ້າ ແລະ ການບໍລິການຂອງ ອາເມລິກາ  ມາຍັງ ຫວຽດນາມ ໄດ້ສ້າງວຽກເຮັດງານທໍາໃຫ້ຄົນງານ ອາເມລິກາ ປະມານ 54.000 ຄົນ, ປັດຈຸບັນ ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 17 ຂອງ ອາເມລິກາ. ໄລ່ຮອດທ້າຍປີ 2019, ທຶນຈົດທະບຽນລົງທຶນທັງໝົດຂອງບັນດາວິສາຫະກິດ ອາເມລິກາ ຢູ່ ຫວຽດນາມ ບັນລຸກວ່າ 11 ຕື້ USD, ຢືນອັນດັບທີ 11 ໃນຈໍານວນບັນດາປະເທດ ແລະ ເຂດແຄວ້ນທີ່ມີໂຄງການລົງທຶນຢູ່ ຫວຽດນາມ.
        ກໍກ່ຽວຂ້ອງເຖິງການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ, ທ່ານປະລິນຍາເອກ ຫວູຮົ່ງເລິມ, ນັກຊ່ຽວຊານ ສັງກັດສູນຄົ້ນຄວ້າກ່ຽວກັບຄວາມໝັ້ນຄົງ ອາຊີ - ປາຊີຟິກ ຂອງ ອາເມລິກາ ໃຫ້ຂໍ້ສັງເກດວ່າ ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ແມ່ນສາຍພົວພັນພິເສດ. ຫວຽດນາມ ໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສໍາຄັນຂອງ ອາເມລິກາ ຢູ່ພາກພື້ນ ສໍາລັບທັງຍຸດທະສາດສ້າງຄວາມດຸ່ນດ່ຽງຄືນໃໝ່ຂອງອໍານາດການປົກຄອງຂອງທ່ານປະທານາທິບໍດີ Obama ໃນເມື່ອກ່ອນ ກໍຄື ຍຸດທະສາດ ມະຫາສະໝຸດ ອິນເດຍ - ປາຊີຟິກ ເປີດ ແລະ ເສລີ ຂອງ ອໍານາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ໃນປັດຈຸບັນ. ບັນດາການເຄື່ອນໄຫວຮ່ວມມືລວມ ໄດ້ ແລະ ກໍາລັງປະກອບສ່ວນເຮັດໃຫ້ຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດມີຄວາມເລິກເຊິ່ງຂຶ້ນຕື່ມ. 
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top