• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງການຕ່າງປະເທດ ຢັ້ງຢັນກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ

      ນີ້ແມ່ນການປະຕິບັດງານໄປຕ່າງປະເທດຄັ້ງທຳອິດຂອງທ່ານ Suga Yoshihide ໃນຖານະເປັນນາຍົກລັດຖະມົນຕີ ຍີ່ປຸ່ນ. 

ທ່ານນາງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ (ພາບ: TTXVN)
       ໃນການຖະແຫຼງຂ່າວນັດສາມັນທີ່ດຳເນີນໃນຕອນບ່າຍວັນທີ 15 ຕຸລາ ຢູ່ຮ່າໂນ້ຍ, ທ່ານນາງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ໄດ້ຢັ້ງຢືນກ່ຽວກັບການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ຄົນໃໝ່ Suga Yoshihide ໃນຊຸມວັນຈະມາເຖິງ, ພ້ອມທັງຕອບຫຼາຍຄຳຖາມກ່ຽວກັບບັນດາບັນຫາ ເຊິ່ງສື່ມວນຊົນພາຍໃນ ແລະ ຕ່າງປະເທດ ສົນໃຈ.
        ເມື່ອແຈ້ງໃຫ້ຊາບກ່ຽວກັບການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide, ທ່ານນາງເລທິທູຮັ່ງ ຢັ້ງຢືນວ່າ, ນີ້ແມ່ນການປະຕິບັດງານໄປຕ່າງປະເທດຄັ້ງທຳອິດຂອງທ່ານ Suga Yoshihide ໃນຖານະເປັນນາຍົກລັດຖະມົນຕີ ຍີ່ປຸ່ນ. ຜ່ານນີ້ໄດ້ສະແດງໃຫ້ເຫັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ຍີປຸ່ນ ນັບມື້ນັບໄດ້ຮັບການປັບປຸງ ແລະ ເພີ່ມຂຶ້ນລະດັບສູງໃໝ່. ທ່ານນາງກ່າວວ່າ:
        “ຫວຽດນາມ ຊົມເຊີຍຕໍ່ເລື່ອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ໄດ້ເລືອກເອົາ ຫວຽດນາມ ເປັນປະເທດມາຢ້ຽມຢາມທຳອິດພາຍຫຼັງເຂົ້າຮັບຕຳແໜ່ງ. ນີ້ແມ່ນພະຍານຫຼັກຖານທີ່ສະແດງໃຫ້ເຫັນການພັດທະນາອັນດີງາມ, ແທດຈິງຢ່າງແຮງໃນຫຼາຍຂົງເຂດ ຂອງການພົວພັນຄູ່ຮ່ວມມືຍຸດທະສາດ ອັນເລິກກວ້າງລະຫວ່າງ ຫວຽດນາມ - ຍີ່ປຸ່ນ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຈະດຳເນີນໄປດ້ວຍດີ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງກວ້າງຂວາງລະຫວ່າງ ຫວຽດນາມ - ຍີ່ປຸ່ນ, ປະກອບສ່ວນເຂົ້າໃນວິວັດການຟື້ນຟູ, ພັດທະນາເສດຖະກິດສັງຄົມຂອງສອງປະເທດ ໄລຍະຫຼັງໂລກລະບາດໂຄວິດ - 19”.
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເຮັດ​ວຽກ​ຢູ່​ແຂວງ ຮ່າ​ຢາງ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເຮັດ​ວຽກ​ຢູ່​ແຂວງ ຮ່າ​ຢາງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ແຂວງ ຮ່າຢາງ ຮັບປະກັນຄວາມສົມດຸນ, ການສະໜິດຕິດພັນລະຫວ່າງການພັດທະນາເສດຖະກິດ - ວັດທະນະທຳ - ສັງຄົມ.

Top