ຂ່າວສານ
ກອງປະຊຸມຄັ້ງທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV: ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ)
ຕາມວາລະການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ວັນທີ 14 ພະຈິກ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ປຶກສາຫາລືກ່ຽວກັບວຽກງານສ້າງກົດໝາຍ.
ສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍສະບັບຕ່າງໆ ເປັນຕົ້ນແມ່ນ: ກົດໝາຍວ່າດ້ວຍການກວດກາ (ສະບັບປັບປຸງ); ກົດໝາຍວ່າດ້ວຍນ້ຳມັນອາຍແກັດ (ສະບັບປັບປຸງ); ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ (ສະບັບປັບປຸງ). ສະພາແຫ່ງຊາດກໍສະຫງວນເວລາເປັນຈຳນວນຫຼາຍເພື່ອປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ). ນີ້ແມ່ນຮ່າງກົດໝາຍທີ່ສັບສົນ, ມີຜົນກະທົບຢ່າງກວ້າງຂວາງ ແລະ ໄດ້ຮັບຄວາມສົນໃຈຈາກສັງຄົມ.