ຕາມວາລະການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ວັນທີ 14 ພະຈິກ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ປຶກສາຫາລືກ່ຽວກັບວຽກງານສ້າງກົດໝາຍ.
ຕາມວາລະການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ວັນທີ 14 ພະຈິກ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ປຶກສາຫາລືກ່ຽວກັບວຽກງານສ້າງກົດໝາຍ.
ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV
ສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍສະບັບຕ່າງໆ ເປັນຕົ້ນແມ່ນ: ກົດໝາຍວ່າດ້ວຍການກວດກາ (ສະບັບປັບປຸງ); ກົດໝາຍວ່າດ້ວຍນ້ຳມັນອາຍແກັດ (ສະບັບປັບປຸງ); ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ (ສະບັບປັບປຸງ). ສະພາແຫ່ງຊາດກໍສະຫງວນເວລາເປັນຈຳນວນຫຼາຍເພື່ອປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ). ນີ້ແມ່ນຮ່າງກົດໝາຍທີ່ສັບສົນ, ມີຜົນກະທົບຢ່າງກວ້າງຂວາງ ແລະ ໄດ້ຮັບຄວາມສົນໃຈຈາກສັງຄົມ.