• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ ສົມ​ມຸດ​ຖານ “ສະ​ພາ​ແຫ່ງ​ຊາດ​ເດັກ​” ຄັ້ງ​ທີ 1 - ປີ 2023 ຈະ​ດຳ​ເນີນ​ໃນ​ວັນ​ທີ 9 – 10 ກັນ​ຍາ

ພວກນ້ອງນ້ອຍຈະໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວ: ຖະຫວາຍທູບທຽນຢູ່ອະນຸສາວາລີ ບັນດານັກຮົບເສຍສະຫຼະຊີວິດ ບັກເຊີນ, ເຂົ້າສຸສານອາໄລຫາປະທານໂຮ່ຈີມິນ, ຢ້ຽມຊົມຫໍພິພິທະພັນສະພາແຫ່ງຊາດ.
ການຖະແຫຼງຂ່າວ (ພາບ: TTXVN )

ໂດຍປະຕິບັດກົດໝາຍວ່າດ້ວຍເດັກນ້ອຍປີ 2016, ຫັນໂຄງການກະທຳແຫ່ງຊາດເພື່ອເດັກນ້ອຍໄລຍະ 2021 – 2030 ເປັນລະອຽດ, ຊຸກຍູ້ສິດເຂົ້າຮ່ວມຂອງເດັກນ້ອຍໃນບັນດາບັນຫາກ່ຽວກັບເດັກ, ຕອນບ່າຍວັນທີ 30 ສິງຫາ, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ, ສະພາກອງເຍົາວະຊົນ ສູນກາງສົມທົບກັບກຳມາທິການ ວັດທະນະທຳ, ການສຶກສາຂອງ ສະພາແຫ່ງຊາດ, ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ໄດ້ຈັດການຖະແຫຼງຂ່າວ ກ່ຽວກັບກອງປະຊຸມສົມມຸດຖານ “ສະພາແຫ່ງຊາດ ເດັກນ້ອຍ” ຄັ້ງທີ 1 ປີ 2023 ທີ່ຈະດຳເນີນໃນລະຫວ່າງວັນທີ 9 – 10 ກັນຍາ ຈະມາເຖິງ.

ໃນເວລາ 2 ວັນ, ພວກນ້ອງນ້ອຍຈະໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວ: ຖະຫວາຍທູບທຽນຢູ່ອະນຸສາວາລີ ບັນດານັກຮົບເສຍສະຫຼະຊີວິດ ບັກເຊີນ, ເຂົ້າສຸສານອາໄລຫາປະທານໂຮ່ຈີມິນ, ຢ້ຽມຊົມຫໍພິພິທະພັນສະພາແຫ່ງຊາດ ແລະ ຝືກອົບຮົບບັນດາທັກສະການເຂົ້າຮ່ວມກອງປະຊຸມສົມມຸດຖານ. ອ້າຍເລຫ໋າຍລອງ, ຮອງປະທານສະພາກອງເຍົາວະຊົນສູນກາງ, ສູນກາງຊາວໜຸ່ມ, ຮອງຫົວໜ້າຄະນະຈັດຕັ້ງໃຫ້ຮູ້ວ່າ:

ຄະນະຈັດຕັ້ງກໍ່ຈະສືບຕໍ່ປະຕິບັດວຽກງານຕ່າງໆເພື່ອກະກຽມຢ່າງລອບຄອບຖີ່ຖ້ວນທີ່ສຸດໃຫ້ແກ່ກອງປະຊຸມ, ພິເສດແມ່ນການຝືກອົບຮົບໃຫ້ແກ່ບັນດາສະມາຊິກທີ່ເຂົ້າຮ່ວມກອງປະຊຸມ, ຝືກອົບຮົບໃຫ້ແຕ່ລະນ້ອງນ້ອຍທີ່ສວມບົດບາດຫຼັກແຫຼ່ງ. ພວກຂ້າພະເຈົ້າຈະສະໜອງ ບັນດາຄວາມຮູ້, ທັກສະໃຫ້ແກ່ບັນດາສະມາຊິກ ສະພາແຫ່ງຊາດເດັກເພື່ອໃຫ້ພວກນ້ອງສວມບົດບາດທີ່ຖືກກັບຕົວຈິງ, ເປັນຕົ້ນແມ່ນເມື່ອອະພິປາຍລາຍງານ, ປະກອບຄຳເຫັນດ້ວຍຄວາມຮູ້ສັງລວມຈາກຄຳເຫັນ ຄວາມມຸ່ງຫວັງຂອງເດັກນ້ອຍເພື່ອສ່ອງແສງໄປຍັງສະພາແຫ່ງຊາດ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ຕ້ອງ​ສ້າງສຳເລັດລະບອບລະບຽບການ​ກຳ​ນົດ​ລາ​ຄາ​ທີ່​ດິນ​ໃຫ້ດຸ່ນດ່ຽງຕະຫຼາດກັບຄວາມເປັນປົກກະຕິ, ໂປ່ງໃສ

Top