ຂ່າວສານ
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ກອມມູນິດ ຫວຽດນາມ: ຮອດປີ 2025 ສ້າງສຳເລັດລັດຖະບານເອເລັກໂຕນິກ

ປຶກສາຫາລືກ່ຽວກັບການສ້າງ ແລະ ປະຕິບັດສຳເລັດພື້ນຖານການເງິນແຫ່ງຊາດຕາມທິດທັນສະໄໝ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາແບບຍືນຍົງຂອງປະເທດຊາດ, ທ່ານ ດິງຕ໊ຽນຢຸງ ລັດຖະມົນຕີກະຊວງການເງິນ ຫວຽດນາມ ໃຫ້ຮູ້ວ່າ, ຫວຽດາມ ໄດ້ຍູ້ແຮງການສ້າງໂຄງປະກອບໜີ້ສິນສາທາລະນະຄືນໃໝ່ຕາມທິດຍືນຍົງກວ່າ, ເພີ່ມອັດຕາສ່ວນເງິນກູ້ພາຍໃນປະເທດຈາກລະດັບ 39% ໃນປີ 2011 ຂຶ້ນເປັນ 64% ໃນປີ 2020 ; ຫຼຸດຜ່ອນຂອບຂະໜາດໜີ້ສາທາລະນະແຕ່ລະດັບ 63,7% ໃນປີ 2016 ລົງເຫຼືອພຽງ 55,8% ໃນທ້າຍປີ 2020.
“ເປົ້າໝາຍຮອດປີ 2025 ແມ່ນຈະປະຕິບັດສຳເລັດລັດຖະບານເອເລັກໂຕນິກ, ລັດຖະບານດີຈີຕອນໃນຂົງເຂດການເງິນແຫ່ງຊາດ, ການເງິນສາທາລະນະ, ຕົ້ນຕໍ ແມ່ນທະນາຄານແຫ່ງລັດ, ພາສີອາກອນ, ຫຼັກຊັບ, ການບໍລິຫານທຶນຂອງລັດຢູ່ວິສາຫະກິດ”.
ໃນວາລະປຶກສາຫາລືນີ້, ບັນດາຜູ້ແທນຕ່າງກໍມີຄວາມເຫັນດີເປັນເອກະພາບຢ່າງສູງຕໍ່ເປົ້າໝາຍໃນການບົດລາຍງານການເມືອງກ່ຽວກັບການປ່ຽນແປງໃໝ່ຮູບແບບການເຕີບໂຕຢ່າງແຮງ ແລະ ມີປະສິດທິຜົນ, ສ້າງໂຄງປະກອບເສດຖະກິດຄືນໃໝ່, ຍູ້ແຮງການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ; ສ້າງພື້ນຖານອຸດສາຫະກຳແຫ່ງຊາດເປັນທັນສະໄໝ, ໝັ້ນຄົງ, ເຂັ້ມແຂງ. ສົ່ງເສີມບັນດາວິສາຫະກິດ ຫວຽດນາມ ເຂົ້າຮ່ວມພັດທະນາຂະແໜງອຸດສາຫະກຳໃໝ່, ທັນສະໄໝ.
(ແຫຼ່ງຄັດຈາກ VOV)