• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ໃຫຍ່​ຊາວ​ໜຸ່ມຜູ້​ກ້າວ​ໜ້າ​ເຮັດ​ຕາມ​ຄຳ​ສັ່ງ​ສອນ​ຂອງ​ລ​ຸງ​ໂຮ່​ຄັ້ງ​ທີ 6

ໃນລະຫວ່າງວັນທີ 30 – 31 ພຶດສະພາ ຢູ່ແຂວງເງະອານຂອງຫວຽດນາມ ໄດ້ດໍາເນີນກອງປະຊຸມໃຫຍ່ຊາວໜຸ່ມຜູ້ກ້າວໜ້າເຮັດຕາມຄຳສັ່ງສອນຂອງລຸງໂຮ່ຄັ້ງທີ 6, ປີ 2020 ເພື່ອຍ້ອງຍໍຊົມເຊີຍບັນດາສ່ວນບຸກຄົນທີ່ກ້າວໜ້າໃນການຮ່ຳຮຽນ ແລະ ເຮັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ໄລຍະ 2018 - 2020.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ (ພາບ: thanhnien.vn) 

ບັນດາຜູ້ແທນທີ່ເຂົ້າຮ່ວມແມ່ນບັນດາຊາວໜຸ່ມ, ໄວໜຸ່ມ ທີ່ມີຜົນງານດີເດັ່ນໃນການອອກແຮງງານ, ຮ່ຳຮຽນ, ປະຕິບັດງານ, ຝຶກຝົນຫຼໍ່ຫຼອມ, ບັນດາແບບຢ່າງດີເດັ່ນໃນການຮ່ຳຮຽນ ແລະ ເຮັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ, ມີການປະກອບສ່ວນຢ່າງເໝາະສົມເຂົ້າໃນວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມເຍົາວະຊົນ, ມີອິດທິພົນຊື່ສຽງ ແລະ ມີຜົນສະທ້ອນອັນຕັ້ງໜ້າໃນໝູ່ຊາວໜຸ່ມ, ໄວໜຸ່ມ, ເຍົາວະຊົນ, ອະນຸຊົນ ແລະ ໃນສັງຄົມ.

        ໃນຂອບເຂດກອງປະຊຸມໃຫຍ່, ບັນດາຜູ້ແທນໄດ້ລົງຢ້ຽມຢາມບ້ານເກີດຂອງລຸງໂຮ່, ເຂົ້າຮ່ວມພິທີແຈ້ງຜົນງານຕໍ່ລຸງໂຮ່, ເຂົ້າຮ່ວມພິທີມອບຫຼຽນກາຊາວໜຸ່ມຜູ້ກ້າວໜ້າເຮັດຕາມຄຳສັ່ງສອນຂອງລຸງໂຮ່ຢູ່ເຂດປູຊະນີຍະສະຖານລະດັບຊາດພິເສດ ກິມລຽນ, ເມືອງນາມດ່ານ; ເຂົ້າຮ່ວມງານວາງສະແດງຮູບຖ່າຍ “ຄວາມເອກອ້າງທະນົງໃຈຂອງໄວໜຸ່ມໃນຍຸກສະໄໝໂຮ່ຈີມິນ; ເຂົ້າຮ່ວມການປຶກສາຫາລືຢູ່ເວທີປາໄສ 6 ຄັ້ງ.

 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top