• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ​ກ່ຽວ​ກັບ​ “ບົດ​ບັນ​ທຶກ​ໃນ​ຄຸກ”

ກອງປະຊຸມວິທະຍາສາດ ແມ່ນໂອກາດເພື່ອຊອກຮູ້ຢ່າງເລິກເຊິ່ງກ່ຽວກັບແນວຄິດ, ຄວາມງາມດ້ານຈິດໃຈ, ບຸກຄະລິກອັນສູງສົ່ງຂອງປະທານ ໂຮ່ຈີມິນ.
(ພາບ: qdnd.vn)

ຕອນບ່າຍວັນທີ 18 ສິງຫາ, ຢູ່ ຮ່າໂນ້ຍ,  ສະພາທິດສະດີ ວິຈານວັນນະຄະດີ ສິລະປະສູນກາງ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ດ້ວຍຫົວຂໍ້ “80 ປີແຫ່ງບົດບັນທຶກໃນຄຸກ-ບັນດາຄຸນຄ່າຍືນຍົງ ແຜ່ຂະຫຍາຍຢ່າງເລິກເຊິ່ງກ້ວາງຂວາງ”.

ທີ່ກອງປະຊຸມສຳມະນາ, ບັນດານັກວິທະຍາສາດ, ນັກຮຽນຮູ້ ໄດ້ປຶກສາຫາລື, ແລກປ່ຽນບາງບັນຫາຄື: ການແປບົດປະພັນເປັນພາສາຕ່າງປະເທດ ພ້ອມດ້ວຍວິວັດການແຜ່ຂະຫຍາຍຂອງ “ບົດບັນທຶກໃນຄຸກ” ໃນວົງການນັກຄົ້ນຄ້ວາ ກໍ່ຄືຜູ້ອ່ານພາຍໃນ ແລະ ຕ່າງປະເທດ; ບັນດາຄຸນຄ່າດ້ານແນວຄິດ, ພູມປັນຍາ, ມານະຈິດຂອງປະທານ ໂຮ່ຈີມິນ, ການສຶກສາແນວຄິດ, ການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດໃຫ້ແກ່ມະນຸດ…

  ກ່າວຄຳເຫັນສະຫລຸບກອງປະຊຸມສຳມະນາ, ທ່ານ ຫງວຽນຈ້ອງເງັ້ຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງຢືນຢັນວ່າ, ກອງປະຊຸມວິທະຍາສາດ ແມ່ນໂອກາດເພື່ອຊອກຮູ້ຢ່າງເລິກເຊິ່ງກ່ຽວກັບແນວຄິດ, ຄວາມງາມດ້ານຈິດໃຈ, ບຸກຄະລິກອັນສູງສົ່ງຂອງປະທານ ໂຮ່ຈີມິນ, ຈາກນັ້ນ ຈະປະຕິບັດການສະຫລຸບຂອງກົມການເມືອງ ກ່ຽວກັບການສືບຕໍ່ປະຕິບັດ ຄຳສັ່ງກ່ຽວກັບການຍູ້ແຮງການຮ່ຳຮຽນ, ປະຕິບັດຕາມຕາມແນວຄິດ ຄຸນສົມບັດ, ບຸກຄະລິກປະທານ ໂຮ່ຈີມິນ ໃນໄລຍະຈະມາເຖິງ ເປັນຢ່າງດີກ່ວາ, ມີປະສິດທິຜົນກ່ວາອີກ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ບໍ່​ປະ​ໃຫ້​ບັນ​ດາ​ຮາກ​ຖານ​ການ​ແພດ​ຂາດ​ເຂີນ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ, ບໍ່​ປະ​ໃຫ້​ປະ​ຊາ​ຊົນ​ຂາດ​ເຂີນ​ຢຸກ​ຢາ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ບໍ່​ປະ​ໃຫ້​ບັນ​ດາ​ຮາກ​ຖານ​ການ​ແພດ​ຂາດ​ເຂີນ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ, ບໍ່​ປະ​ໃຫ້​ປະ​ຊາ​ຊົນ​ຂາດ​ເຂີນ​ຢຸກ​ຢາ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ບໍ່​ປະ​ໃຫ້​ບັນ​ດາ​ຮາກ​ຖານ​ການ​ແພດ​ຂາດ​ເຂີນ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ, ບໍ່​ປະ​ໃຫ້​ປະ​ຊາ​ຊົນ​ຂາດ​ເຂີນ​ຢຸກ​ຢາ

Top