• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 7, ສະ​ພາ​ແຫ່ງ​ຊ​າດ​ຊຸດ​ທີ XV ເລືອກ​ເອົາ 4 ໝວດບັນ​ຫາ​ເພື່ອ​ຊັກ​ຖາມ

4 ໝວດຂົງເຂດ ທີ່ສະພາແຫ່ງຊາດ ຫວຽດນາມ ໄດ້ຄັດເລືອກເພື່ອນຳມາຊັກຖາມ, ລວມມີ: ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ; ການກວດສອບບັນຊີ ອຸດສາຫະກຳ ແລະ ການຄ້າ; ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ.
ກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໃນວັນທີ 24 ພຶດສະພາ (ພາບ: quochoi.vn)

ກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV  ຈະສະຫງວນເວລາ 2 ມື້ເຄິ່ງ ເພື່ອການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມ, ໂດຍເລີ່ມແຕ່ຕອນເຊົ້າວັນທີ 4 ມິຖຸນາ ຮອດຕອນເຊົ້າວັນທີ 6 ມິຖຸນາ. ນີ້ແມ່ນຂໍ້ມູນໂດຍຫ້ອງວ່າການສະພາແຫ່ງຊາດໄດ້ຍົກອອກມາໃນວັນທີ 23 ພຶດສະພາ, ຕາມນັ້ນແລ້ວ, 4 ໝວດຂົງເຂດ ທີ່ສະພາແຫ່ງຊາດ ຫວຽດນາມ ໄດ້ຄັດເລືອກເພື່ອນຳມາຊັກຖາມ, ລວມມີ: ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ; ການກວດສອບບັນຊີ ອຸດສາຫະກຳ ແລະ ການຄ້າ; ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ.

ບັນດາສະມາຊິກລັດຖະບານ, ຫົວໜ້າຂະແໜງການທີ່ກ່ຽວຂ້ອງເຖິງ 4 ຂົງເຂດດັ່ງກ່າວ ຈະຕອບຄຳຊັກຖາມຕໍ່ສະມາຊິກສະພາແຫ່ງຊາດ. ໃນຕອນທ້າຍຂອງວາລະຊັກຖາມ, ທ່ານນາຍົກລັດຖະມົນຕີ ຫຼື ຮອງນາຍົກລັດຖະມົນຕີ ທີ່ໄດ້ຮັບການມອບສິດ, ຈະສືບຕໍ່ເຮັດແຈ້ງບັນດາບັນຫາ ເຊິ່ງສະມາຊິກສະພາແຫ່ງຊາດ ມີຄວາມສົນໃຈຊັກຖາມ.

(ແຫຼ່ງຄັດຈາກ VOV)

ສ້າງກົນໄກສະເພາະໃຫ້ສົມບູນແບບ, ສ້າງກຳລັງໜູນໃຫ້ແກ່ການພັດທະນາການທ່ອງທ່ຽວ ຫວຽດນາມ

ສ້າງກົນໄກສະເພາະໃຫ້ສົມບູນແບບ, ສ້າງກຳລັງໜູນໃຫ້ແກ່ການພັດທະນາການທ່ອງທ່ຽວ ຫວຽດນາມ

ຕາມບັນດາສະມາຊິກສະພາແຫ່ງຊາດແລ້ວ, ມະຕິຈະປະກອບສ່ວນສ້າງກົນໄກ, ນະໂຍບາຍພິເສດສະເພາະເພື່ອແກ້ໄຂບັນດາຈຸດອຸດຕັນກ່ຽວກັບລະບອບລະບຽບການ, ລະດົມ ແລະ ນຳໃຊ້ບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນ

Top