• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 5 ສະ​ພາ​ແຫ່ງ​ຊາດ ລາວ ຊຸດ​ທີ IX ຮັບ​ຮອງ​ເອົາຫຼາຍ​ເນື​ອ​ໃນ​ສຳ​ຄັນ

ພາຍຫຼັງໂຮມປະຊຸມເປັນເວລາ 17 ວັນ ພາຍໃຕ້ການເປັນປະທານຂອງ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ, ຮອດຕອນບ່າຍ ວັນທີ 18 ກໍລະກົດ, ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດລາວຊຸດທີ IX ກໍອັດລົງ.
ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດລາວຊຸດທີ IX ອັດລົງ ໃນຕອນບ່າຍວັນທີ 18 ກໍລະກົດ (ພາບ:Lao News Agency)

ກ່າວຄຳເຫັນທີ່ພິທີອັດ, ທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ໄດ້ເນັ້ນໜັກວ່າ ໃນກອງປະຊຸມສະໄໝສາມັນເທື່ອທີ 5 ນີ້ ໄດ້ປຶກສາຫາລື ແລະ ຮັບຮອງເອົາແຜນການພັດທະນາເສດຖະກິດ - ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ກໍຄື ແຜນການ 6 ເດືອນທ້າຍປີ 2023. ທ່ານປະທານສະພາແຫ່ງຊາດ ກໍຕີລາຄາສູງຕໍ່ເລື່ອງ ລັດຖະບານ ລາວ ຮັບຮອງເອົາຫຼາຍມາດຕະການບໍລິຫານ, ຊີ້ນຳປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ເພື່ອພື້ນຖານເສດຖະກິດບັນລຸໄດ້ລະດັບການເຕີບໂຕ 4,8%, ຊຸກຍູ້ການຜະລິດ ເພື່ອແນໃສ່ຮັບໃຊ້ການບໍລິໂພກພາຍໃນປະເທດ ແລະ ສົ່ງອອກ, ເພີ່ມການເກັບງົບປະມານ.

ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາຍຸດທະສາດພັດທະນາແຮ່ທາດຮອດປີ 2030 ແລະ ວິໄສທັດຮອດປີ 2040; ພິຈາລະນາ ແລະ ຮັບຮອງເອົາຍຸດທະສາດຊ່ວຍເຫຼືອສັງຄົມ; ຮັບຮອງເອົາຍຸດທະສາດແຫ່ງຊາດກ່ຽວກັບການຄຸ້ມຄອງນ້ຳ ແລະ ແຫຼ່ງຊັບພະຍາກອນນ້ຳ ຮອດປີ 2030 ແລະ ວິໄສທັດຮອດປີ 2040. ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຊຸດທີ IX ຂອງ ລາວ ຍັງພິຈາລະນາຮັບຮອງເອົາກົດໝາຍໃໝ່ ແລະ ກົດໝາຍສະບັບປັບປຸງ 10 ສະບັບ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນເຖິງຄຸນ​ງາມ​ຄວາມ​ດີ​ໃນ​ການ​ປະ​ກອບ​ສ່ວນ​ທີ່​ຍິ່ງ​ໃຫຍ່​ຂອງ​ສະ​ຫາຍທີ່ມີ​ຕໍ່​ການ​ເພີ່ມ​ພ​ູນ​ຄູນ​ສ້າງການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ.

Top