ຂ່າວສານ
ກອງປະຊຸມວິສາມັນຄັ້ງປະຖົມມະເລິກ: ຍົກສູງຄຸນນະພາບຂອງແຕ່ລະການຕັດສິນສ້າງກົດໝາຍ
ຕອນບ່າຍວັນທີ 2 ສິງຫາ, ຢູ່ຫໍສະພາແຫ່ງຊາດ, ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ເປັນປະທານກອງປະຊຸມຄະນະປະຈຳຄະນະພັກສະພາແຫ່ງຊາດ ກັບບັນດາຫົວໜ້າກຸ່ມພັກ, ຫົວໜ້າຄະນະ, ຮອງຫົວໜ້າຄະນະຮັບຜິດຊອບຄະນະສະມາຊິກສະພາແຫ່ງຊາດບັນດາແຂວງ, ນະຄອນເພື່ອເປັນເອກະພາບບາງເນື້ອໃນຈຸດສຸມກ່ອນກອງປະຊຸມວິສາມັນຄັ້ງປະຖົມມະເລິກ, ສະພາແຫ່ງຊາດຊຸດທີ XVI.
ທ່ານປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ, ກອງປະຊຸມຄັ້ງທີ 3 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIV ຜ່ານມາໄດ້ຕັດສິນຫຼາຍແຜນນະໂຍບາຍໃຫຍ່, ມີຄວາມໝາຍຍຸດທະສາດຕໍ່ການພັດທະນາຂອງປະເທດຊາດ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຮຽກຮ້ອງ ບັນດານະໂຍບາຍຊີ້ຂາດຂອງສູນກາງຕ້ອງສ້າງບາດກ້າວຫັນປ່ຽນຢ່າງແທ້ຈິງ. ເພາະສະນັ້ນ, ສະພາແຫ່ງຊາດ ຕ້ອງຍົກສູງຄຸນນະພາບຂອງແຕ່ລະການຕັດສິນສ້າງກົດໝາຍ, ເພື່ອກົດໝາຍ, ມະຕິແຕ່ລະສະບັບພາຍຫຼັງໄດ້ຮັບການປະກາດຈະແກ້ໄຈຈຸດອຸດຕັນ, ລຸລ່ວງແຫຼ່ງກຳລັງ ແລະ ສ້າງກຳລັງໜູນໃໝ່ໃຫ້ການພັດທະນາຢ່າງແທ້ຈິງ. ຢູ່ກອງປະຊຸມວິສາມັນຄັ້ງນີ້, ສະພາແຫ່ງຊາດຈະພິຈາລະນາ 33 ເນື້ອໃນໃນນັ້ນຮັບຮອງເອົາຮ່າງກົດໝາຍ 15 ສະບັບ, ມະຕິດ້ານກົດໝາຍ 4 ສະບັບ; ປະກອບຄຳເຫັນໃສ່ຮ່າງກົດໝາຍ 7 ສະບັບ, ພິຈາລະນາ, ຕັດສິນວຽກງານບຸກຄະລາກອນຂຶ້ນກັບສິດອຳນາດ ແລະ ຕັດສິນ 6 ເນື້ອໃນສຳຄັນກ່ຽວກັບເສດຖະກິດ ສັງຄົມ, ການລົງທຶນ.






