• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຊຽນ ໄດ້​ອອກແຈ້ງ​ການ​ຮ່ວມ AMM 53

ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 53 ໄດ້ອອກແຈ້ງການຮ່ວມໂດຍຢັ້ງຢືນເຖິງ ການຮ່ວມມືຂອງບັນດາປະເທດສະມາຊິກ ອາຊຽນ ໃນຄວາມມານະພະຍາຍາມກໍໍ່ສ້າງປະຊາຄົມ ອາຊຽນ, ຮັບມືກັບໂລກລະບາດໂຄວິດ-19, ຟື້ນຟູແບບຍືນຍົງ ແລະ ຮ່ວມແຮງຮ່ວມໃຈແກ້ໄຂບັນດາສິ່ງທ້າທາຍເຊິ່ງພາກພື້ນພວມປະເຊີນໜ້າ.

ໃນເສົາຄ້ຳການເມືອງ-ຄວາມໝັ້ນຄົງ, ບັນດາປະເທດ ອາຊຽນ ເຫັນດີຍູ້ໄວການປະຕິບັດໂຄງການສັງລວມປະຊາຄົມການເມືອງ-ຄວາມໝັ້ນຄົງ (APSC) 2025, ຮ່ວມມືເພື່ອຮັບມືກັບບັນດາໄພນາບຂູ່ຕໍ່ຄວາມໝັ້ນຄົງຄືການກໍ່ການຮ້າຍ,        ການຄ້າຂາຍຢາເສບຕິດ, ການຄ້າມະນຸດ, ການຄວບຄຸມຊາຍແດນ ແລະ ຄວາມປອດໄພທາງເຄືອຂ່າຍອິນເຕີແນດ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ (ພາບ: tuoitre.vn) 

ກ່ຽວກັບການພົວພັນກັບບັນດາປະເທດຄູ່ຮວມມື, ບັນດາປະເທດ ອາຊຽນ ເນັ້ນໜັກເຖິງ ລະດັບຄວາມສຳຄັນຂອງການເພີ່ມທະວີບົດບາດເປັນໃຈກາງ ແລະ ສາມັກຄີຂອງ ອາຊຽນ ໃນການຮ່ວມມືກັບບັນດາຄູ່ຮ່ວມມືພາຍນອກພາກພື້ນຜ່ານບັນດາກົນໄກໂດຍ ອາຊຽນ ນຳພາ. ອາຊຽນ ພວມຍູ້ໄວການຮັບຮອງເອົາບັນດາແຜນການກະທຳໃຫ້ໄລຍະຮ່ວມມືໃນ 5 ປີ ຈະມາເຖິງກັບບາງປະເທດຄື ການາດາ, ຈີນ, ອິນເດຍ, ສ.ເກົາຫຼີ…

ກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ, ອາຊຽນ ຢັ້ງຢືນຄືນໃໝ່ເຖິງ ລະດັບຄວາມສຳຄັນຂອງການຮັກສາ ແລະ ຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພ ແລະ ຄວາມເສລີໃນການການເດີນເຮືອ-ການບິນ ຢູ່ທະເລຕາເວັນອອກ. ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ສືບຕໍ່ຊຸກຍູ້ບັນດາການເຈລະຈາມຸ່ງໄປເຖິງການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູທະເລຕາເວັນອອກ (COC) ໃຫ້ມີຄຸນນະພາບ, ກວມລວມ ແລະ ສຳເລັດໂດຍໄວ ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top