• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ລັດ​ຖະ​ບານ ນັດ​ສາ​ມັນເດືອນ​ພະ​ຈິກ 2021

ໄລ່ມາຮອດປັດຈຸບັນ ໂລລະບາດໄດ້ຮັບການຄວບຄຸມໂດຍພື້ນຖານໃນຂອບເຂດທົ່ວປະເທດ, ໃນເບື້ອງຕົ້ນບັນລຸໄດ້ເປົ້າໝາຍທີ່ວາງອອກ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ປິຕິຊົມຊື່ນໃຫ້ປະຊາຊົນ, ວິສາຫະກິດຟື້ນຟູການພັດທະນາເສດຖະກິດ. 
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ

ຕອນເຊົ້າວັນທີ 2 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມລັດຖະບານ ນັດສາມັດປະຈຳເດືອນພະຈິກ 2021.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ: ໄລ່ມາຮອດປັດຈຸບັນ ໂລລະບາດໄດ້ຮັບການຄວບຄຸມໂດຍພື້ນຖານໃນຂອບເຂດທົ່ວປະເທດ, ໃນເບື້ອງຕົ້ນບັນລຸໄດ້ເປົ້າໝາຍທີ່ວາງອອກ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ປິຕິຊົມຊື່ນໃຫ້ປະຊາຊົນ, ວິສາຫະກິດຟື້ນຟູການພັດທະນາເສດຖະກິດ. ໄລຍະຈະມາເຖິງ, ອາດຈະສືບຕໍ່ມີບ່ອນແຜ່ເຊື້ອໃໝ່ ແລະ ມີຄວາມສ່ຽງແຜ່ລາມ. ສະນັ້ນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ສ້າງແຜນການ ແລະ ວິທີການຮັບມືກັບສະພາບການໂລກລະບາດໂດຍໄວ, ພິເສດແມ່ນເຊື້ອໄວຣັດກາຍພັນ Omicon; ລວບລວມຄວາມຕ້ອງການ ແລະ ຈັດຊື້, ສະສົມວັກຊິນ, ຢຸກຢາ, ຜະລິດຕະພັນ, ອຸປະກອນການແພດຮັບໃຊ້ການປ້ອງກັນ, ຕ້ານໂລກລະບາດຢູ່ທ້ອງຖິ່ນໃຫ້ຄົບຖ້ວນ. ທ່ານນາຍົກລັດຖະມົນຕີ ສະເໜີວ່າ:

“ຂ້າພະເຈົ້າສະເໜີ ສຳລັບການຄວບຄຸມໂລກລະບາດ, ວັກຊິນແມ່ນບັນຫາຕັດສິນຊີ້ຂາດ, ຕ້ອງຂຶ້ນແຜນການຢ່າງລະອຽດ. ສູ້ຊົນຮອດກາງເດືອນທັນວາ ປະຕິບັດການສັກວັນຊິນໃຫ້ຜູ້ມີອາຍຸແຕ່ 18 ປີ ຂຶ້ນໄປໃຫ້ສຳເລັດໂດຍພື້ນຖານ. ສຳລັບນັກຮຽນ, ຕ້ອງສຸມໃສ່ສັກໃຫ້ສຳເລັດເພື່ອໃຫ້ພວກນ້ອງໄດ້ໄປຮຽນຢູ່ໂຮງຮຽນເປັນປົກກະຕິ. ພ້ອມດຽວກັນນັ້ນ, ຄວນຜັນຂະຫຍາຍການສັກເຂັມທີ 3 ໃຫ້ເປົ້າໝາຍທີ່ໄດ້ກຳນົດ, ສຳຫຼວດກວດຄືນວຽກງານການສັກວັກຊິນ ແລະ ການເກັບຮັກສາວັກຊິນໃຫ້ເຂັ້ມງວດ”.

ໄປຄຽງຄູ່ກັບວຽກງານປ້ອງກັນ, ຕ້ານໂລກລະບາດ, ທ່ານນາຍົກລັດຖະມົນຕີກໍຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຈົ່ງປະຕິບັດບັນດາເປົ້າໝາຍ, ໜ້າທີ່, ມາດຕະການຈຸດສຸມໃຫ້ມີປະສິດທິຜົນ. ຍູ້ໄວຄວາມຄືບໜ້າໃນການປະຕິບັດ ແລະ ປ່ອຍເງິນລົງທຶນພາກລັດ. ສຸມໃສ່ຊຸກຍູ້ການຜະລິດດຳເນີນທຸລະກິດ, ແກ້ໄຂຄວາມຫຍຸ້ງຍາກ, ສິ່ງຕິດຂັດໃຫ້ເປົ້າໝາຍທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ຢ່າງທັນການເພື່ອຍູ້ໄວວິວັດການຟື້ນຟູການຜະລິດດຳເນີນທຸລະກິດ. ສ້າງໂຄງການພົວພັນຕ່າງປະເທດປີ 2022 ຂອງການນຳຫຼັກແຫຼ່ງ ແລະ ຈັດຕັ້ງການເຄື່ອນໄຫວການຕ່າງປະເທດໃຫ້ເປັນຢ່າງດີ.

(ແຫຼ່ງຄັດຈາກ VOV)

10 ເຫດການທີ່ພົ້ນເດັ່ນຂອງ ຫວຽດນາມ ໃນປີ 2025 ໂດຍສຳນັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທີ່ພົ້ນເດັ່ນຂອງ ຫວຽດນາມ ໃນປີ 2025 ໂດຍສຳນັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ຫວຽດນາມ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ:

Top