• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ລັດ​ຖະ​ບານ​ປະ​ຈຳ​ເດືອນ ມິ​ຖຸ​ນາ 2021 ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ມາດ​ຕະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ 6 ເດືອນ​ທ້າຍ​ປີ

ຕອນເຊົ້າວັນທີ 01 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມປະຈຳເດືອນມິຖຸນາ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: VGP)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ກອງປະຊຸມຄັ້ງນີ້ມີຄວາມໝາຍສຳຄັນ, ຕີລາຄາສະພາບການເສດຖະກິດ - ສັງຄົມ, ວຽກງານບໍລິຫານຂອງລັດຖະບານ ໃນໄລຍະ 6 ເດືອນຕົ້ນປີ ແລະ ປຶກສາຫາລືກ່ຽວກັບບັນດາໜ້າທີ່ຄວາມຮັບຜິດຊອບ, ມາດຕະການໃຫ້ແກ່ 6 ເດືອນທ້າຍປີ 2021. ພ້ອມກັນນັ້ນ ກໍປຶກສາຫາລືກ່ຽວກັບຫຼາຍບັນຫາສຳຄັນ ແລະ ຮີບດ່ວນໃນປັດຈຸບັນ ເປັນຕົ້ນແມ່ນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການຜະລິດ, ດຳເນີນທຸລະກິດ…

        ໃນໄລຍະ 6 ເດືອນຜ່ານມາ, ນອກຈາກວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລ້ວ, ລັດຖະບານ ຫວຽດນາມ ໄດ້ເປັນເຈົ້າການກຳແໜ້ນສະພາບການ, ເດັດດ່ຽວ, ຂະຫຍັນຂັນເຄື່ອນ, ທັນການການຊີ້ນຳ, ບໍລິຫານການພັດທະນາເສດຖະກິດ - ສັງຄົມ; ພ້ອມກັບຄວາມມານະພະຍາຍາມຂອງທັງລະບົບການເມືອງ, ປະຊາຄົມວິສາຫະກິດ ແລະ ປະຊາຊົນໃນທົ່ວປະເທດ, ສະພາບການເສດຖະກິດ - ສັງຄົມ ສືບຕໍ່ເປັນປົກກະຕິ ແລະ ບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າ.

 (ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top