• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ພົບ​ປະ ລະ​ຫວ່າງ ອົງ​ການກວດ​ກາດ ​ລັດ​ຖະ​ບານ ຫວຽດ​ນາມ ແລະ ອົງ​ການກວດກາ​ແຫ່ງ​ລັດ ລາວ

ອົງການກວດກາລັດຖະບານ ຫວຽດນາມ ແລະ ອົງການກວດກາແຫ່ງລັດ ລາວ ໄດ້ແລກປ່ຽນ, ໝາກຜົນທີ່ພົ້ນເດັ່ນຈຳນວນໜຶ່ງ ແລະ ບົດຮຽນປະສົບການໃນການຊີ້ນຳບໍລິຫານ ວຽກງານກວດກາ.
ກອງປະຊຸມພົບປະ ລະຫວ່າງ ອົງການກວດກາດ ລັດຖະບານ ຫວຽດນາມ ແລະ ອົງການກວດກາແຫ່ງລັດ ລາວ (ພາບ: thanhtra.gov.vn)

ຕອນເຊົ້າວັນທີ 3 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານ ດ່ວານຮົ່ງຟອງ ປະທານອົງການກວດກາ ລັດຖະບານ ຫວຽດນາມ ເປັນປະທານພິທີຕ້ອນຮັບ ແລະ ເຈລະຈາ ກັບຄະນະຜູ້ແທນຂັ້ນສູງ ອົງການກວດກາແຫ່ງລັດ ລາວ ໂດຍທ່ານ ຄຳພັນ ພົມມະທັດ ປະທານ ຄະນະກວດກາສູນກາງພັກປະຊາຊົນປະຕິບັດລາວ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ປະທານອົງການດກວດກາແຫ່ງລັດ ລາວ ເປັນຫົວໜ້າຄະນະ.

ທີ່ກອງປະຊຸມພົບປະ, ອົງການກວດກາລັດຖະບານ ຫວຽດນາມ ແລະ ອົງການກວດກາແຫ່ງລັດ ລາວ ໄດ້ແລກປ່ຽນ, ໝາກຜົນທີ່ພົ້ນເດັ່ນຈຳນວນໜຶ່ງ ແລະ ບົດຮຽນປະສົບການໃນການຊີ້ນຳບໍລິຫານ ວຽກງານກວດກາ, ຕ້ອນຮັບພົນລະເມືອງ, ແກ້ໄຂການຮ້ອງທຸກຮ້ອງຟ້ອງ ແລະ ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້ໃນໄລຍະຜ່ານມາ ແລະ ທິດທາງ, ໜ້າທີ່ໃນໄລຍະຈະມາເຖິງ. ສອງຝ່າຍກໍ່ແບ່ງປັນບົດຮຽນປະສົບການໃນການຊີ້ນຳ, ນຳພາ, ບໍລິຫານວຽກງານກວດກາ, ຕ້ອນຮັບພົນລະເມືອງ, ແກ້ໄຂການຮ້ອງທຸກຮ້ອງຟ້ອງ, ຕ້ານການສໍ້ລາດບັງຫຼວງ.

(ແຫຼ່ງຄັດຈາກ VOV)

ຍາມໃດ ຫວຽດນາມ ກໍ່ຖື ອາເມລິກາ ແມ່ນຄູ່ຮ່ວມມືທີ່ມີຄວາມສຳຄັນຍຸດທະສາດ

ຍາມໃດ ຫວຽດນາມ ກໍ່ຖື ອາເມລິກາ ແມ່ນຄູ່ຮ່ວມມືທີ່ມີຄວາມສຳຄັນຍຸດທະສາດ

ທ່ານ ເລຮວ່າຍຈຸງ ຕີລາຄາສູງບັນດາການເຄື່ອນໄຫວທີ່ແທ້ຈິງໃນການພົວພັນ 2 ຝ່າຍ

Top