• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ພິ​ເສດ​ຂອງ​ຄະ​ນະ​ກຳ​ມ​ະ​ການລະ​ຫວ່າງ​ລັດ​ຖະ​ບານ ອາ​ຊຽນ ກ່ຽວ​ກັບ ສິດທິມະນຸດ

ໃນລະຫວ່າງວັນທີ 25-27 ສິງຫາ, ຫວຽດນາມ ໃນຖານະຕຳແໜ່ງເປັນປະທານຄະນະກຳມະການລະຫວ່າງລັດຖະບານ ອາຊຽນ ກ່ຽວກັບ ສິດທິມະນຸດ (AICHR), ໄດ້ເປັນປະທານກອງປະຊຸມພິເສດຂອງ AICHR ຜ່ານທາງອອນລາຍ. ນີ້ແມ່ນກອງປະຊຸມຢ່າງເປັນທາງການຄັ້ງທີ 3 ໃນປີ 2020 ໂດຍ ຫວຽດນາມ ເປັນປະທານ.

ບັນດາຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: baoquocte.vn)

ກອງປະຊຸມຄັ້ງນີ້ກໍ່ເພື່ອແນໃສ່ກະກຽມເນື້ອໃນໃຫ້ແກ່ການພົບປະຂອງ AICHR ກັບບັນດາທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ (ຄາດວ່າຈະຈັດຂຶ້ນໃນເດືອນ ກັນຍາ ປີ 2020) ໃນນັ້ນຈຸດສຸມແມ່ນຍື່ນສະເໜີໃຫ້ຮັບຮອງເອົາແຜນການປະຕິບັດງານ AICHR ໄລຍະ 2021-2025, ລາຍການບຸລິມະສິກ AICHR 2021 ແລະ ບັນດາບັນຫາຕ່າງໆທີ່ກ່ຽວຂ້ອງເຖິງການຊຸກຍູ້ ແລະ ບົກປ້ອງສິດທິມະນຸດໃນພາກພື້ນ ອາຊຽນ.

ໃນບົດບາດເປັນປະທານ AICHR 2020, ທ່ານນາງເອກອັກຄະລັດຖະທູດ ຫງວຽນທ໊າຍອຽນເຮືອງ  ເນັ້ນໜັກວ່າ ເຖິງວ່າຍືນຢູ່ຕໍ່ໜ້າຄວາມຫຍຸ້ງຍາກທີ່ບໍ່ເຄີຍມີມາກ່ອນຂອງໂລກລະບາດໂຄວິດ-19ກໍ່ຕາມ, AICHR ກໍ່ໄດ້ສະແດງໃຫ້ເຫັນຄວາມສາມັກຄີ, ເອກະພາບ, ຄວາມຕັດສິນໃຈຜັນຂະຫຍາຍບັນດາການເຄື່ອນໄຫວຕາມແຜນການ, ພິເສດແມ່ນໄດ້ສຳເລັດການຮຽບຮຽງ ແລະ ຮັບຮອງເອົາເນື້ອໃນແຜນການປະຕິບັດງານຂອງ AICHR ໃນໄລຍະ 2021-2025 ແລະ ລາຍການບຸລິມະສິດ AICHR 2021; ພ້ອມທັງຢັ້ງຢືນວ່າ ຫວຽດນາມ ໃນຖານະຕຳແໜ່ງເປັນປະທານ AICHR ເວົ້າສະເພາະ ແລະ ເປັນປະທານ ອາຊຽນ ປີ 2020 ເວົ້າລວມຈະຕັ້ງໜ້າສົມທົບກັບບັນດາປະເທດເພື່ອເພີ່ມທະວີຄວາມສະໜິດຕິດພັນ ແລະ ເປັນເຈົ້າການຮັບມື, ຊຸກຍູ້ຄວາມຄືບໜ້າໃນການຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືດ້ານສິດທິມະນຸດຂອງ AICHR ໃນພາກພື້ນ ແລະ ລະຫວ່າງພາກພື້ນ, ປະກອບສ່ວນໃຫ້ແກ່ຄວາມມານະພະຍາຍາມລວມຂອງປະຊາຄົມ ອາຊຽນ.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top