• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ໂຄງ​ການ​ກະ​ທຳ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ການ​ທູດ​ເສດ​ຖະ​ກິດ​ປີ 2023

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັ້ກວ່າ ໃນໄລຍະຜ່ານມາ, ຂະແໜງການທູດ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໄດ້ຜັນຂະຫຍາຍບັນດາໜ້າທີ່ການທູດເວົ້າລວມ, ວຽກງານການທູດເສດຖະກິດເວົ້າສະເພາະຢ່າງທັນການ, ປະກອບສ່ວນໃຫ້ແກ່ບັນດາປະເທດ ໃນການຟື້ນຟູ ແລະ ພັດທະນາ, ບັນລຸໄດ້ໝາກຜົນຫຼາຍຢ່າງໃນຫຼາຍຂົງເຂດ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)  

ຕອນບ່າຍວັນທີ 9 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຜັນຂະຫຍາຍໂຄງການກະທຳຂອງລັດຖະບານ ກ່ຽວກັບການທູດເສດຖະກິດປີ 2023. ກອງປະຊຸມໄດ້ເຊື່ອມຕໍ່ກັບສຳນັກງານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ, ອົງການຕາງໜ້າຫວຽດນາມ ປະຈຳ ຕ່າງປະເທດ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັ້ກວ່າ ໃນໄລຍະຜ່ານມາ, ຂະແໜງການທູດ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໄດ້ຜັນຂະຫຍາຍບັນດາໜ້າທີ່ການທູດເວົ້າລວມ, ວຽກງານການທູດເສດຖະກິດເວົ້າສະເພາະຢ່າງທັນການ, ປະກອບສ່ວນໃຫ້ແກ່ບັນດາປະເທດ ໃນການຟື້ນຟູ ແລະ ພັດທະນາ, ບັນລຸໄດ້ໝາກຜົນຫຼາຍຢ່າງໃນຫຼາຍຂົງເຂດ. ເຖິງຢ່າງໃດກໍ່ຕາມ, ໃນໄລຍະພັດທະນາໃໝ່, ການຮຽກຮ້ອງຕ້ອງການ, ໜ້າທີ່ວາງອອກໃນວຽກງານການທູດ, ເຊື່ອມໂຍງເຂົ້າກັບສາກົນ, ການທູດ ເສດຖະກິດເພື່ອຮັບໃຊ້ການພັດທະນາປະເທດ ທີ່ນັບມື້ນັບມີ ສູງກ່ວານີ້ອີກ.

ຢູ່ກອງປະຊຸມ, ບັນດາລັດຖະມົນຕີ, ການນຳບັນດາກະຊວງ, ສະຖານທູດ, ຫົວໜ້າອົງການຕ່າງໜ້າ ຫວຽດນາມ ປະຈຳ ຕ່າງປະເທດພ້ອມກັບການນຳບັນດາທ້ອງຖິ່ນ, ວິສາຫະກິດປຶກສາຫາລື, ປະກອບຫຼາຍຄຳເຫັນ, ວິທີການແກ້ໄຂເພື່ອຜັນຂະຫຍາຍໂຄງການກະທຳຂອງລັດຖະບານກ່ຽວກັບການທູດເສດຖະກິດໃນປີນີ້ຢ່າງມີປະສິດທິຜົນ.

 

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top