• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ: ວິ​ສາ​ຫະ​ກິດ​ຕ້ອງ​ໃຫ້​ບຸ​ລິ​ມະ​ສິດ​ທຸກ​ແຫຼ່ງ​ກຳ​ລັງ​ເພື່ອ​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ພັນ​ທະ​ບັດ

ໜ່ວຍປະຕິບັດງານໄດ້ ແລະ ພວມເຮັດວຽກກັບບັນດານະຄອນຂຶ້ນກັບສູນກາງ, ບາງທ້ອງຖິ່ນ ທີ່ມີໂຄງການອະສັງຫາລິມະຊັບຂຶ້ນກັບສູນກາງ, ບາງທ້ອງຖິ່ນທີ່ມີໂຄງການອະສັງຫາລິມະຊັບ ເພື່ອແນະນຳການແກ້ໄຂ, ຊ່ວຍໃຫ້ວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກ, ເຮັດວຽກກັບບັນດາວິສາຫະກິດ ເພື່ອກຳໄດ້ຂໍ້ມູນຂ່າວສານຢ່າງຄົບຖ້ວນ.

ໜ່ວຍປະຕິບັດງານໄດ້ ແລະ ພວມເຮັດວຽກກັບບັນດານະຄອນຂຶ້ນກັບສູນກາງ, ບາງທ້ອງຖິ່ນ ທີ່ມີໂຄງການອະສັງຫາລິມະຊັບຂຶ້ນກັບສູນກາງ, ບາງທ້ອງຖິ່ນທີ່ມີໂຄງການອະສັງຫາລິມະຊັບ ເພື່ອແນະນຳການແກ້ໄຂ, ຊ່ວຍໃຫ້ວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກ, ເຮັດວຽກກັບບັນດາວິສາຫະກິດ ເພື່ອກຳໄດ້ຂໍ້ມູນຂ່າວສານຢ່າງຄົບຖ້ວນ.

  ກອງປະຊຸມຖະແຫຼງຂ່າວລັດຖະບານ ປະຈຳເດືອນ ພະຈິກ (ພາບ: VGP)  

ຕອນບ່າຍວັນທີ 1 ທັນວາ, ຢູ່ກອງປະຊຸມຖະແຫຼງຂ່າວລັດຖະບານ ປະຈຳເດືອນພະຈິກ, ຢູ່ຮ່າໂນ້ຍ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການໄດ້ແຈ້ງໃຫ້ຊາບກ່ຽວກັບການເຄື່ອນໄຫວ ແລະ ໝາກຜົນຂອງການປະຕິບັດວຽກງານຂອງໜຸ່ວຍປະຕິບັດງານ ຂອງນາຍົກລັດຖະມົນຕີ ໃນການສຳຫຼວດກວດກາບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ສຳລັບຕະຫຼາດອະສັງຫາລິມະຊັບ, ບັນດາໂຄງການອາສັງຫາລິມະຊັບ, ບັນດາມາດຕະການເພື່ອຮັກສາຕະຫຼາດຫຼັກຊັບວິສາຫະກິດມີສະຖຽນລະພາບ ແລະ ປອດໄສ. ໜ່ວຍປະຕິບັດງານໄດ້ ແລະ ພວມເຮັດວຽກກັບບັນດານະຄອນຂຶ້ນກັບສູນກາງ, ບາງທ້ອງຖິ່ນ ທີ່ມີໂຄງການອະສັງຫາລິມະຊັບຂຶ້ນກັບສູນກາງ, ບາງທ້ອງຖິ່ນທີ່ມີໂຄງການອະສັງຫາລິມະຊັບ ເພື່ອແນະນຳການແກ້ໄຂ, ຊ່ວຍໃຫ້ວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກ, ເຮັດວຽກກັບບັນດາວິສາຫະກິດ ເພື່ອກຳໄດ້ຂໍ້ມູນຂ່າວສານຢ່າງຄົບຖ້ວນ, ສະເໜີແນະວິທີມາດຕະການຊຸກຍູ້ການເຄື່ອນໄຫວຕະຫຼາດອະສັງຫາລິມະຊັບ ມີການພັດທະນາຢ່າງເປັນປົກກະຕິ ແລະ ປອດໄສ. ກ່ຽວກັບວິທີການຮັກສາຕະຫຼາດຫຼັກຊັບວິສາຫະກິດເປັນປົກກະຕິ ແລະ ປອດໄພ, ໃນນັ້ນມີບັນຫາສຳຄັນແມ່ນຮັບປະກັນສິດ ແລະ ຜົນປະໂຫຍດຂອງນັກລົງທຶນ, ຜູ້ຕາງໜ້າກະຊວງການຕ່າງປະເທດ ໃຫ້ຮູ້ວ່າ ລັດຖະບານ ໄດ້ປະກາດໃຊ້ມະຕິເພີ່ມທະວີລັກສະນະເປີດເຜີຍ, ໂປງໄສຂອງຕະຫຼາດ, ແກ້ໄຂບັນຫາອ່ອນແອກໍ່ຄືປົກປ້ອງສິດຜົນປະໂຫຍດຂອງນັກລົງທຶນ, ເດັດດ່ຽວຮຽກຮ້ອງໃຫ້ບັນດາວິສາຫະກິດໃຫ້ບຸລິມະສິດນຳໃຊ້ທຸກແຫຼ່ງກຳລັງເພື່ອປະຕິບັດຢ່າງຖືກຕ້ອງຕາມຄຳໝັ້ນສັນຍາຂອງບັນດານັກລົງທຶນ, ປົກປ້ອງສິດຜົນປະໂຫຍດຖືກຕ້ອງຕາມກົດໝາຍຂອງນັກລົງທຶນໃນບໍ່ວ່າສະພາບການໃດ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ມີຜູ້ພິພາກສາ ຢູ່ສານກົດໝາຍທະເລສາກົນ ເປັນຄັ້ງທຳອິດ

ຫວຽດນາມ ມີຜູ້ພິພາກສາ ຢູ່ສານກົດໝາຍທະເລສາກົນ ເປັນຄັ້ງທຳອິດ

ວັນທີ 18 ມິຖຸນາ, ໃນຂອບເຂດກອງປະຊຸມຄັ້ງທີ 36 ຂອງ ບັນດາປະເທດພາຄີ ສົນທິສັນຍາອົງການສະຫະປະຊາຊາດ ກ່ຽວກັບກົດໝາຍທະເລ (UNCLOS) ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ (ສປຊ) ຢູ່ ນິວຢອກ (ສ ອາເມລິກາ), ທ່ານນາງ ຮສຈ. ປອ ຫງວຽນທິລານແອັງ, ຮອງຜູ້ນຳນວຍການ ສະຖາບັນການຕ່າງປະເທດ, ຜູ້ສະໝັກຮັບເລືອກຕັ້ງ ຂອງ ຫວຽດນາມ ໄດ້ຮັບເລືອກຕັ້ງ ເຂົ້າໃນຕຳແໜ່ງ ຜູ້ພິພາກສາ ສານກົດໝາຍທະເລສາກົນ (ITLOS) ອາຍຸການ 2026-2035 ດ້ວຍຄະແນນສຽງສູງສຸດ ໃນພາກພື້ນ ອາຊີ - ປາຊີຟິກ.

Top