• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ຄົບ​ຄະ​ນະ​​ຂອງ ຄະ​ນະກຳ​ມະ​ການ​ແມ່​ນ້ຳ​ຂອງ ຫວຽດ​ນາມ ຄັ້ງ​ທີ 2

ຕອນເຊົ້າວັນທີ 3 ທັນວາ, ຢູ່ເທດສະບານ ຢາເຫງ໋ຍ, ແຂວງດັກນົງ, ຄະນະກຳມະການແມ່ນ້ຳຂອງ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຄົບຄະນະຄັ້ງທີ 2.


ກອງປະຊຸມຄົບຄະນະຂອງ ຄະນະກຳມະການແມ່ນ້ຳຂອງ ຫວຽດນາມ ຄັ້ງທີ 2

(ພາບ: baotainguyenmoitruong.vn)

ບົດລາຍງານໃຫ້ຮູ້ວ່າ  ລົ່ງແມ່ນ້ຳຂອງ ຂອງ ຫວຽດນາມ ລວມມີບັນດາແຂວງ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ແລະ ໄຕງວຽນ ໄດ້ ແລະ ພວມປະເຊີນໜ້າກັບບັນດາຄວາມຜັນປ່ຽນທີ່ຜິດປົກກະຕິ. ລະດັບນ້ຳຢູ່ແມ່ນ້ຳຂອງ ໃນ ເດືອນ ມິຖຸນາ ແລະ ກໍລະກົດ ຜ່ານມາໄດ້ຫຼຸດລົງ, ສ້າງຄວາມວິຕົກກັງວົນກ່ຽວກັບຄວາມສາມາດເກີດໄພແຫ້ງແລ້ງ ແລະ ນ້ຳທະເລຊຶມເຂົ້າ ຢ່າງຮ້າຍແຮງໃນລະດູແຫ້ງ 2019 – 2020ຢູ່ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້.

        ທີ່ກອງປະຊຸມ, ບັນດາຜູ້ແທນປາດຖະໜາວ່າ ຄະນະກຳມະການ ແມ່ນ້ຳຂອງ ຫວຽດນາມ ຈະປະກອບຄຳເຫັນທີ່ຕັ້ງໜ້າຫຼາຍຢ່າງ ກັບບັນດາປະເທດເພື່ອຄວບຄຸມບັນດາຜົນກະທົບທາງລົບຕໍ່ ກະແສໄຫຼ່ຂອງແມ່ນ້ຳຂອງໃຫ້ດີທີ່ສຸດ. ພ້ອມທັງ, ປະກາດໃຫ້ບັນດາທ້ອງຖິ່ນກ່ຽວກັບການຜັນແປໃນອະນຸພາກພື້ນ ແລະ ສະພາບການຂຸດຄົ້ນ, ນຳໃຊ້ຊັບພະຍາກອນນ້ຳລົ່ງແມ່ນນ້ຳຂອງ ເພື່ອມີແຜນການຮັບມືຢ່າງທັນການ.

(ແຫຼ່ງຄັດຈາກ VOV)

ສະຫະປະຊາຊາດ ຮຽກຮ້ອງຈຳນວນເງິນ 1,5 ຕື້ USD ເພື່ອໜູນຊ່ວຍປະຊາຊົນ ຊູດັງ

ສະຫະປະຊາຊາດ ຮຽກຮ້ອງຈຳນວນເງິນ 1,5 ຕື້ USD ເພື່ອໜູນຊ່ວຍປະຊາຊົນ ຊູດັງ

ບຸລິມະສິດແຖວໜ້າຂອງແຜນການນີ້ແມ່ນລະດົມຈຳນວນເງິນ 1 ຕື້ USD ໂດຍໄວ ເພື່ອຮີບດວ່ນໜູນຊ່ວຍປະຊາຊົນ 4 ລ້ານຄົນ ທີ່ພວມຕົກຢູ່ໃນສະພາບຄວາມສ່ຽງສູງກວ່າເພີ່ນຢູ່ ຊູດັງໃຕ້.

Top