ຕອນເຊົ້າວັນທີ 3 ທັນວາ, ຢູ່ເທດສະບານ ຢາເຫງ໋ຍ, ແຂວງດັກນົງ, ຄະນະກຳມະການແມ່ນ້ຳຂອງ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຄົບຄະນະຄັ້ງທີ 2.

ກອງປະຊຸມຄົບຄະນະຂອງ ຄະນະກຳມະການແມ່ນ້ຳຂອງ ຫວຽດນາມ ຄັ້ງທີ 2
(ພາບ: baotainguyenmoitruong.vn)
ບົດລາຍງານໃຫ້ຮູ້ວ່າ ລົ່ງແມ່ນ້ຳຂອງ ຂອງ ຫວຽດນາມ ລວມມີບັນດາແຂວງ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ແລະ ໄຕງວຽນ ໄດ້ ແລະ ພວມປະເຊີນໜ້າກັບບັນດາຄວາມຜັນປ່ຽນທີ່ຜິດປົກກະຕິ. ລະດັບນ້ຳຢູ່ແມ່ນ້ຳຂອງ ໃນ ເດືອນ ມິຖຸນາ ແລະ ກໍລະກົດ ຜ່ານມາໄດ້ຫຼຸດລົງ, ສ້າງຄວາມວິຕົກກັງວົນກ່ຽວກັບຄວາມສາມາດເກີດໄພແຫ້ງແລ້ງ ແລະ ນ້ຳທະເລຊຶມເຂົ້າ ຢ່າງຮ້າຍແຮງໃນລະດູແຫ້ງ 2019 – 2020ຢູ່ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້.
ທີ່ກອງປະຊຸມ, ບັນດາຜູ້ແທນປາດຖະໜາວ່າ ຄະນະກຳມະການ ແມ່ນ້ຳຂອງ ຫວຽດນາມ ຈະປະກອບຄຳເຫັນທີ່ຕັ້ງໜ້າຫຼາຍຢ່າງ ກັບບັນດາປະເທດເພື່ອຄວບຄຸມບັນດາຜົນກະທົບທາງລົບຕໍ່ ກະແສໄຫຼ່ຂອງແມ່ນ້ຳຂອງໃຫ້ດີທີ່ສຸດ. ພ້ອມທັງ, ປະກາດໃຫ້ບັນດາທ້ອງຖິ່ນກ່ຽວກັບການຜັນແປໃນອະນຸພາກພື້ນ ແລະ ສະພາບການຂຸດຄົ້ນ, ນຳໃຊ້ຊັບພະຍາກອນນ້ຳລົ່ງແມ່ນນ້ຳຂອງ ເພື່ອມີແຜນການຮັບມືຢ່າງທັນການ.
(ແຫຼ່ງຄັດຈາກ VOV)