• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ຄັ້ງ​ທີ 55 ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ: ຍົກ​ລະ​ດັບ​ອົງ​ການ​ຕາງ​ໜ້າ ​ຫວຽດ​ນາມ ປະ​ຈຳ​ຕ່າງ​ປະ​ເທດ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລ້ວ, ການປັບປຸງ, ເພີ່ມເຕີມມາດຕາຈຳນວນໜຶ່ງຂອງກົດໝາຍວ່າດ້ວຍອົງການຕາງໜ້າ ຫວຽດນາມປະຈຳຕ່າງປະເທດ ຕໍ່ກັບບັນດາການປ່ຽນແປງຢ່າງໄວວາຂອງສະພາບການໂລກ ແມ່ນມີຄວາມຈຳເປັນທີ່ສຸດ.
  ກອງປະຊຸມຄັ້ງທີ 55 ຂອງຄະນະປະຈຳສະພາແຫ່ງຊາດ (ພາບ: TTXVN)  

ບົດບາດຂອງອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ບໍ່ພຽງແຕ່ແມ່ນຜູ້ຄົນນຳສະເໜີຂ່າວເທົ່ານັ້ນ ຫາກຍັງແມ່ນຜູ້ເປີດທາງອີກດ້ວຍ. ນີ້ແມ່ນຄຳເຫັນຂອງທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ເມື່ອປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ຢູ່ກອງປະຊຸມຄັ້ງທີ 55 ຂອງຄະນະປະຈຳສະພາແຫ່ງຊາດ ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 18 ມີນາ.

ຕາມທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລ້ວ, ການປັບປຸງ, ເພີ່ມເຕີມມາດຕາຈຳນວນໜຶ່ງຂອງກົດໝາຍວ່າດ້ວຍອົງການຕາງໜ້າ ຫວຽດນາມປະຈຳຕ່າງປະເທດ ຕໍ່ກັບບັນດາການປ່ຽນແປງຢ່າງໄວວາຂອງສະພາບການໂລກ ແມ່ນມີຄວາມຈຳເປັນທີ່ສຸດ. ທ່ານກ່າວວ່າ:

ສະເໜີໃຫ້ວິເຄາະຢ່າງເລິກເຊິ່ງກວ່າໃນສະພາບການບັນດາສັນຍາການຄ້າເສລີນັ້ນ  ບົດບາດຂອງອົງການຕາງໜ້າປະຈຳຕ່າງປະເທດ ບໍ່ພຽງແຕ່ແມ່ນຜູ້ນຳສະເໜີຂ່າວເທົ່ານັ້ນ ຫາກຍັງແມ່ນຜູ້ເປີດທາງອີກດ້ວຍ. ຕ້ອງເພີ່ມເຕີມຂໍ້ກຳນົດກ່ຽວກັບຄວາມຮັບຜິດຊອບຂອງອົງການຕາງໜ້າໃນການແຈ້ງເຕືອນໂດຍໄວກ່ຽວກັບບັນດາຮົ້ວກີດຂວາງດ້ານເຕັກນິກ, ບັນດາເຫດຮ້ອງຟ້ອງການອາລັກຂາດ້ານການຄ້າສຳລັບສິນຄ້າ ຫວຽດນາມ, ສິ່ງນີ້ຊ່ວຍໃຫ້ວິສາຫະກິດພາຍໃນປະເທດ ເປັນເຈົ້າການໃນການຮັບມື.

(ແຫຼ່ງຄັດຈາກ VOV)

ພົບ​ເຫັນ​ຖ້ຳ​ມີ​ນ້ຳ​ຕົກ​ຕາດ​​ສູງ 350 ແມັດ ຢູ່ ຟອງ​ຍາ - ແກ​ບ່າງ

ພົບ​ເຫັນ​ຖ້ຳ​ມີ​ນ້ຳ​ຕົກ​ຕາດ​​ສູງ 350 ແມັດ ຢູ່ ຟອງ​ຍາ - ແກ​ບ່າງ

ທິມ​ງານ​ສຳຫຼວດ​ຂອງ​ຄະ​ນະ​ຄຸ້ມ​ຄອງ​ປ່າ​ສະ​ຫງວນ​ແຫ່ງ​ຊາດ ຟອງ​ຍາ - ແກ​ບ່າງ, ໃນ​ນັ້ນ ມີ​ນັກ​ຊ່ຽວ​ຊານ​ກ່ຽວ​ກັບ​ຖ້ຳຫຼາຍ​ຄົນ ຫາ​ກໍ່​ພົບ​ເຫັນ​ມີ​ຖ້ຳ​ໃໝ່​ແຫ່ງ​ໜຶ່ງ​ໃນ​ສວນ​ອຸ​ທິ​ຍານ​ແຫ່ງ​ຊາດ ຟອງ​ຍາ - ແກ​ບ່າງ (ແຂວງ ກວາງ​ຈິ).

Top