ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລ້ວ, ການປັບປຸງ, ເພີ່ມເຕີມມາດຕາຈຳນວນໜຶ່ງຂອງກົດໝາຍວ່າດ້ວຍອົງການຕາງໜ້າ ຫວຽດນາມປະຈຳຕ່າງປະເທດ ຕໍ່ກັບບັນດາການປ່ຽນແປງຢ່າງໄວວາຂອງສະພາບການໂລກ ແມ່ນມີຄວາມຈຳເປັນທີ່ສຸດ.
ກອງປະຊຸມຄັ້ງທີ 55 ຂອງຄະນະປະຈຳສະພາແຫ່ງຊາດ (ພາບ: TTXVN)
ບົດບາດຂອງອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ບໍ່ພຽງແຕ່ແມ່ນຜູ້ຄົນນຳສະເໜີຂ່າວເທົ່ານັ້ນ ຫາກຍັງແມ່ນຜູ້ເປີດທາງອີກດ້ວຍ. ນີ້ແມ່ນຄຳເຫັນຂອງທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ເມື່ອປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ຢູ່ກອງປະຊຸມຄັ້ງທີ 55 ຂອງຄະນະປະຈຳສະພາແຫ່ງຊາດ ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 18 ມີນາ.
ຕາມທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລ້ວ, ການປັບປຸງ, ເພີ່ມເຕີມມາດຕາຈຳນວນໜຶ່ງຂອງກົດໝາຍວ່າດ້ວຍອົງການຕາງໜ້າ ຫວຽດນາມປະຈຳຕ່າງປະເທດ ຕໍ່ກັບບັນດາການປ່ຽນແປງຢ່າງໄວວາຂອງສະພາບການໂລກ ແມ່ນມີຄວາມຈຳເປັນທີ່ສຸດ. ທ່ານກ່າວວ່າ:
ສະເໜີໃຫ້ວິເຄາະຢ່າງເລິກເຊິ່ງກວ່າໃນສະພາບການບັນດາສັນຍາການຄ້າເສລີນັ້ນ ບົດບາດຂອງອົງການຕາງໜ້າປະຈຳຕ່າງປະເທດ ບໍ່ພຽງແຕ່ແມ່ນຜູ້ນຳສະເໜີຂ່າວເທົ່ານັ້ນ ຫາກຍັງແມ່ນຜູ້ເປີດທາງອີກດ້ວຍ. ຕ້ອງເພີ່ມເຕີມຂໍ້ກຳນົດກ່ຽວກັບຄວາມຮັບຜິດຊອບຂອງອົງການຕາງໜ້າໃນການແຈ້ງເຕືອນໂດຍໄວກ່ຽວກັບບັນດາຮົ້ວກີດຂວາງດ້ານເຕັກນິກ, ບັນດາເຫດຮ້ອງຟ້ອງການອາລັກຂາດ້ານການຄ້າສຳລັບສິນຄ້າ ຫວຽດນາມ, ສິ່ງນີ້ຊ່ວຍໃຫ້ວິສາຫະກິດພາຍໃນປະເທດ ເປັນເຈົ້າການໃນການຮັບມື.