• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ຍົກ​ສູງ​ກຳ​ລັງ​ແຮງ​ການ​ຕໍ່​ສູ້ດ ຮັກ​ສາ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເມືອງ ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊ​າດ

ວັນທີ 22 ທັນວາ ແມ່ນສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຄົບຮອບ 78 ປີ (22/12/1944 – 22/12/2022) ແລະ ວັນມູນເຊື້ອທົ່ວປວງຊົນປ້ອງກັນຊາດ ຄົບຮອບ 33 ປີ (22/12/1989 – 22/12/2022). ໂດຍໄດ້ເລີ່ມມາຈາກກອງທະຫານທຳອິດທີ່ເຄື່ອນໄຫວໃນຂະບວນການປະຕິວັດຂອງພັກຄອມມູນິດ ຫວຽດນາມ, ກອງທັບປະຊາຊົນ ຫວຽດນາມ ໄດ້ສ້າງວິລະກຳທີ່ລ້ຳເລີດຫຼາຍຢ່າງ ແລະ ນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ກຽມພ້ອມປົກປັກຮັກສາປະເທດຊາດຢ່າງໝັ້ນຄົງ.
  ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ   

78 ປີຜ່ານມາ, ກອງທັບປະຊາຊົນ ຫວຽດນາມ ຍາມໃດກໍຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນ; ຍົກສູງເຈດຈຳນົງສູ້ຮົບຢ່າງອົງອາດກ້າຫານ, ຄວາມສະຫຼາດຫຼັກແຫຼມ, ມີຫົວຄິດປະດິດສ້າງ, ຕັ້ງໜ້າສຶກສາ, ຄົ້ນຄວ້າເປັນເຈົ້າຂອງວິທະຍາສາດ ແລະ ສິລະປະການທະຫານ; ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມານະພະຍາຍາມສູ້ຊົນຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ. ປົກປັກຮັກສາປະເທດຊາດ, ປ້ອງກັນພັກ, ປ້ອງກັນລະບອບ, ປົກປັກຮັກສາຜົນງານແຫ່ງການປະຕິວັດ ແລະ ຊີວິດສັນຕິພາບຂອງປະຊາຊົນ… ແມ່ນໜ້າທີ່ອັນສັກສິດຂອງກອງທັບປະຊາຊົນ ຫວຽດນາມ ໃນປັດຈຸບັນ. ກ່າວຄຳເຫັນທີ່ກອງປະຊຸມການທະຫານ ແລະ ການເມືອງທົ່ວກອງທັບປີ 2022 ເຊິ່ງດຳເນີນໃນວັນທີ 20 ທັນວາ ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ເລຂາຄະນະພັກການທະຫານສູນກາງ, ຊີ້ແຈ້ງວ່າ: 

“ທົ່ວກອງທັບຕ້ອງມີຄວາມຮັບຮູ້ ແລະ ຊາບຊຶມການປະຕິບັດແນວທາງທົ່ວປວງຊົນປ້ອງກັນຊາດ, ທົ່ວປວງຊົນທຳການຕໍ່ສູ້, ປົກປັກຮັກສາປະເທດຊາດໃນສະພາບການໃໝ່ຢ່າງເລິກເຊິ່ງກວ່າອີກ; ຍົກສູງປະສິດທິພາບ, ປະສິດທິຜົນໃນການຄຸ້ມຄອງລັດກ່ຽວກັບການປ້ອງກັນຊາດໃນທຸກຂັ້ນ. ສະເໜີກົນໄກທີ່ເໝາະສົມ ເພື່ອເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງລະບົບການເມືອງຢ່າງຄົບຖ້ວນ, ຕັ້ງໜ້າເຂົ້າຮ່ວມການກໍ່ສ້າງ, ປັບປຸງພື້ນຖານທົ່ວປວງຊົນປ້ອງກັນຊາດຢ່າງໝັ້ນຄົງເຂັ້ມແຂງ, ການປ້ອງກັນທະຫານເຂດ, ເຂດປ້ອງກັນໃນທຸກຂັ້ນໃຫ້ໝັ້ນແກ່ນ. ຄົ້ນຄວ້າ, ດັດປັບກົນໄກ, ຈັດແບ່ງກຳລັງໃຫ້ເໝາະສົມກັບຂະບວນວິວັດປັບປຸງການຈັດຕັ້ງກອງທັບໃນສະພາບການໃໝ່; ສ້າງທ່າຮົບປ້ອງກັນຊາດ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ, ຊາຍແດນ, ເຂດທະເລໝູ່ເກາະຂອງຊາດຢ່າງໝັ້ນຄົງ.”

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍສະເໜີໃຫ້ກອງທັບ ຈົ່ງຍົກສູງຄຸນນະພາບສັງລວມກຳລັງແຮງສູ້ຮົບ; ເປັນເຈົ້າການຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່, ສູ້ຮົບກັບທຸກຮູບແບບສົງຄາມເຕັກໂນໂລຢີສູງ ຢ່າງມີປະສິດທິຜົນ. 

ໃນສະພາບການໃໝ່, ກອງທັບປະຊາຊົນ ຫວຽດນາມ ໄດ້ ແລະ ພວມສຸມກຳລັງ ສ້າງກອງທັບໃຫ້ໝັ້ນຄົງເຂັ້ມແຂງ. ນີ້ກໍແມ່ນປະຖົມປັດໄຈເພື່ອປັບປຸງພື້ນຖານທົ່ວປວງຊົນປ້ອງກັນຊາດ, ທົ່ວປວງຊົນທຳການຕໍ່ສູ້, ສ້າງສາ ແລະ ປົກປັກຮັກສາປະເທດ ຫວຽດນາມ ສັງຄົມນິຍົມ ໄວ້ຢ່າງໝັ້ນຄົງ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top