• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ຊ່າງ​ແສງ​ເລກ 4 ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ກັບ​ເມືອ​ປະ​ເທດ​ຢ່າງ​ປອດ​ໄພ

ທ່ານ​ພົນ​ໂທ ຫງວຽນ​ເຈື່ອງ​ທັ້ງ​ຮຽກ​ຮ້ອງ​ກົມ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ, ເຫຼົ່າ​ພົນ​ຊ່າງ​ແສງ ແລະ ບັນ​ດາ​ອົງ​ການ, ກົມ​ກອງ​ທີ່​ກ່ຽວ​ຂ້ອງ​ປະ​ສານ​ສົມ​ທົບກັນ​ຢ່າງ​ແໜ້ນ​ແຟ້ນ, ປະ​ຕິ​ບັດ​ວຽກ​ງານ​ສະຫຼຸບ​ໄລ​ຍະປະ​ຕິ​ບັດໜ້າ​ທີ່​ຂອງ​ກົມ​ກອງ​ໃຫ້​ເປັນ​ຢ່າງ​ດີ
  ບັນ​ດາ​ສະ​ມາ​ຊິ​ກອງ​ຊ່າງ​ແສງ​ເລກ 4 ຢູ່​ສະ​ໜາມ​ບິນ​ສາ​ກົນ ໂນ້ຍ​ບາຍ (ພາບ: VNA)  
ວັນ​ທີ 29 ກັນ​ຍາ, ຢູ່​ທ່າ​ອາ​ກາດ​ສະ​ຍານ​ສາ​ກົນ ໂນ້ຍ​ບ່າຍ (ຮ່າ​ໂນ້ຍ),ກົມ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ (ກະ​ຊວງ​ປ້ອງ​ກັນ​ປະ​ເທດ) ໄດ້​ຈັດ​ຕັ້ງ​ພິ​ທີ​ຕ້ອນ​ຮັບ​ພະ​ນັກ​ງານ, ລັດ​ຖະ​ກອນ​​ກອງ​​ຊ່າງ​ແສງ​ເລກ 4 ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ຢູ່​ຄະ​ນະ​​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຊົ່ວ​ຄາວ​ຂອງ ສ​ປ​ຊ ຢູ່​ເຂດ Abyei (UNISFA) ກັບ​ເມືອ​ປະ​ເທດ. ໂດຍ​ເປັນ​ປະ​ທານ​ພິ​ທີ​ຕ້ອ​ນ​ຮັບ, ທ່ານ​ພົນ​ໂທ ຫງວຽນ​ເຈື່ອງ​ທັ໋ງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ຫົວ​ໜ້າ​ກຸ່ມ​ປະ​ຕິ​ບັດ​ງານ​ລະ​ຫວ່າງ​ຂະ​ແໜງ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ໄດ້​ເນັ້ນ​ໜັກ​ວ່າ ໃນ​ໄລ​ຍະ​ປະ​ຕິ​ບັດ​ໜ້າ​ທີ່​ຜ່ານ​ມາ, ບັນ​ດານາຍ​ທະ​ຫານ​ຂອງ​ກອງ​ຊ່າງ​ແສງ ເລກ 4 ຍາມ​ໃດ​ກໍ່​ມີ​ຄວາມ​ສາ​ມັກ​ຄີ, ເປັນ​ເຈົ້າ​ການ, ປະ​ດິດ​ຄິດ​ສ້າງ, ແກ້​ໄຂ​ທຸກ​ຄວາມ​ຫຍຸ້ງ​ຍາກ, ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ເຊິ່ງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແລະ ຄະ​ນະ​ປະ​ຕິ​ບັດ UNISFA ມອບ​ໝາຍ​ໃຫ້​ເປັນ​ຢ່າງ​ດີ. ທ່ານ​ພົນ​ໂທ ຫງວຽນ​ເຈື່ອງ​ທັ້ງ​ຮຽກ​ຮ້ອງ​ກົມ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ, ເຫຼົ່າ​ພົນ​ຊ່າງ​ແສງ ແລະ ບັນ​ດາ​ອົງ​ການ, ກົມ​ກອງ​ທີ່​ກ່ຽວ​ຂ້ອງ​ປະ​ສານ​ສົມ​ທົບກັນ​ຢ່າງ​ແໜ້ນ​ແຟ້ນ, ປະ​ຕິ​ບັດ​ວຽກ​ງານ​ສະຫຼຸບ​ໄລ​ຍະປະ​ຕິ​ບັດໜ້າ​ທີ່​ຂອງ​ກົມ​ກອງ​ໃຫ້​ເປັນ​ຢ່າງ​ດີ; ພ້ອມ​ທັງ​ສືບ​ຕໍ່​ປະ​ສານ​ສົມ​ທົບກັນ​ປະ​ຕິ​ບັດ​ວຽກ​ງານ​ສ້າງ​ແຫຼ່ງ​ກຳ​ລັງ, ສ້າງ​ກົມ​ກອງ​ປ່ຽນ​ແທນ​ໃນ​ຊຸມ​ປີ​ຕໍ່​ໄປ​ໃຫ້​ເປັນ​ຢ່າງ​ດີ; ສືບ​ຕໍ່​ກຳ​ແໜ້ນ​ສະ​ພາບ​ການ​ບັນ​ດາ​ຄະ​ນະ​ປະ​ຕິ​ບັດໜ້າ​ທີ່, ເປັນ​ເສ​ນາ​ທິ​ການ​ກັບ​ຄະ​ນະ​ພັກ​ການ​ທະ​ຫານສູນ​ກາງ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ກ່ຽວ​ກັບບັນ​ດາ​ເນື້ອ​ໃນ​ທີ່​ກ່ຽວ​ຂ້ອງ​ເຖິງ​ກຳ​ລັງ ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ຂອງ ສ​ປ​ຊຢ່າງ​ທັນ​ການ​

(ແຫຼ່ງຄັດຈາກ VOV)

ແງ່ຫວັງການຮ່ວມມືໃນຂະແໜງປີໂຕຣເຄມີ ລະຫວ່າງ ຫວຽດນາມ ແລະ ລັດເຊຍ

ແງ່ຫວັງການຮ່ວມມືໃນຂະແໜງປີໂຕຣເຄມີ ລະຫວ່າງ ຫວຽດນາມ ແລະ ລັດເຊຍ

ປະຈຸບັນ, ຫວຽດນາມ ພວມນຳເຂົ້າຜະລິດຕະພັນປີໂຕຣເຄມີຫຼາຍພໍສົມຄວນ. ເລື່ອງຫັນການຜະລິດພາຍໃນປະເທດດ້ວຍເຕັກໂນໂລຢີຂອງ ລັດເຊຍ ຈະຊ່ວຍຫຼຸດຜ່ອນສະພາບຕ້ອງເອື່ອຍອີງໃສ່ການນຳເຂົ້າ

Top