• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງສິລະປະກອນລາວ ເພີ່ມທະວີການພົວພັນແລກປ່ຽນ ຖອດຖອນບົດຮຽນ ຢູ່ງານມະໂຫລານດົນຕີ ອາຊຽນ

      ງານມະໂຫລານດົນຕີ ອາຊຽນ 2019 ຖືກຈັດຂຶ້ນຢູ່ນະຄອນຫາຍຟ່ອງ ຂອງຫວຽດນາມ ນັບແຕ່ວັນທີ 25 – 31 ພຶດສະພານັ້ນ ໄດ້ດຶງດູດບັນດານັກສິລະປິນ, ນັກສະແດງທີ່ມາຈາກບັນດາປະເທດຄື ກໍາປູເຈຍ, ລາວ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ໄທ ແລະ ປະເທດເຈົ້າພາບ ຫວຽດນາມ. ພ້ອມກັບບັນດາປະເທດ, ກອງສິລະປະກອນລາວ ໄດ້ມີໂອກາດເພີ່ມທະວີການພົວພັນຮ່ວມມືວສາກົນໃນຂົງເຂດວັດທະນະທໍາ, ສິລະປະວັນນະຄະດີ. ກອງສິລະປະກອນລາວ ເຂົ້າຮ່ວມງານມະໂຫລານຄັ້ງນີ້ ກໍເພື່ອແນໃສ່ຈຸດປະສົງ ຖອດຖອນ, ແບ່ງປັນບົດຮຽນ, ເພີ່ມທະວີການພົວພັນແລກປ່ຽນກ່ຽວກັບການສະແດງສິລະປະວັນນະຄະດີ, ວັດທະນະທໍາ ກັບບັນດາປະເທດໃນພາກພື້ນ.
 
      ເຂົ້າຮ່ວມງານມະໂຫລານຄັ້ງນີ້, ກອງສິລະປະລາວ ລວມມີນັກສິລະປິນ 15 ຄົນ ແລະ ໄດ້ສະແດງ 5 ລາຍການ. ເຂົ້າຮ່ວມການສະແດງໃນຄໍ່າຄືນຕ່າງໆນັ້ນ, ກອງສິລະປະລາວ ໄດ້ລົງທຶນທາງການດົນຕີປະສານສຽງ, ຈັດທໍາບັນດາລາຍການຢ່າງລອບຄອບຖີ່ຖ້ວນ, ສ້າງປະສິດທິຜົນທີ່ເປັນໜ້າປະທັບໃຈຢູ່ເທິງເວທີສະແດງ.
 

ທ່ານ ດວງຈັນ ພົມມະຈິດ, ຮອງຫົວໜ້າອໍານວຍການກອງສິລະປະກອນແຫ່ງຊາດລາວ 
      ມາເຂົ້າຮ່ວມງານມະໂຫລານດົນຕີ ອາຊຽນ ປີນີ້, ກອງສິລະປະກອນລາວ ໄດ້ເອົາເຄື່ອງດົນຕີພື້ນເມືອງຊະນິດຕ່າງໆຄື: ແຄນ, ຊໍ, ຄ້ອງວົງໃຫຍ່, ພິນ.... ເພື່ອຮັບໃຊ້ໃຫ້ແກ່ 5 ລາຍການສະແດງ ເຊິ່ງລວມມີ: ລາຍການເປົ່າແຄນບົດເພງ ຮັກບ້ານເກີດ; ລາຍການທີ 2 ແມ່ນ ຮ້ອງດຽວຍິງ ລໍາຕັ່ງຫວາຍ; ລາຍການທີີ 3 ແມ່ນ ແຄນວົງ; ລາຍການທີ 4  ແມ່ນ ສາລະວັນບ້ານຂ້ອຍ ແລະ ລາຍການສຸດທ້າຍ ແມ່ນເພງລາວອະມະຕະ ທີ່ມີຊື່ສຽງມາແຕ່ດຶກດໍາບັນ. ນີ້ແມ່ນບັນດາລາຍການທີ່ເຂັ້ມຂຸ້ນໄປດ້ວຍລັກສະນະພື້ນເມືອງຂອງປະເທດລາວ ກ່ຽວກັບຄວາມຮັກປະເທດຊາດ, ການຕໍ່ສູ້ກູ້ຊາດ ແລະ ການພັດທະນາຂອງປະເທດລາວ. 


ນາງ ລົດຈະນາ ອະນຸລັກ, ນັກຮ້ອງກອງສິລະປະກອນແຫ່ງຊາດລາວ  
      ໃນໄລຍະ 01 ອາທິດ ດໍາເນີນງານມະໂຫລານ, ກອງສິລະປະກອນຂອງແຕ່ລະປະເທດ ຈະສະແດງຢ່າງເປັນທາງການໃນສອງຄືນຢູ່ໂຮງລະຄອນໃຫຍ່ ນະຄອນຫາຍຟ່່ອງ ແລະ ສະແດງພາຍໃນ 5 ຄືນ ເພື່ອຮັບໃຊ້ພໍ່ແມ່ປະຊາຊົນນະຄອນທ່າກໍ່າປ່ັນ ຢູ່ສູນວາງສະແດງນະຄອນ, ເມືອງໂດ່ເຊີນ ແລະ ເທດສະບານເມືອງເກາະ ກາດບ່າ, ເມືອງ ກ໊າດຫາຍ, ນະຄອນຫາຍຟ່ອງ. ການແລກປ່ຽນສະແດງສິລະປະກັບມະຫາຊົນໃນຄໍ່າຄືນຕ່າງໆ, ໂດຍສະເພາະ ແມ່ນການແລກປ່ຽນການສະແດງສິລະປະລະຫວ່າງກອງສິລະປະກອນລາວ ແລະ ກອງສິລະປະກອນ ບົງແຊນ (ດອກບົວ) ຂອງ ຫວຽດນາມນັ້ນ ໄດ້ຊ່ວຍໃຫ້ກອງສິລະປະກອນລາວ ມີຄວາມສະດວກຫຼາຍຢ່າງໃນການແລກປ່ຽນບົດຮຽນກັບບັນດາກອງສິລະປະກອນທີ່ມາຈາກປະເທດອື່ນໆ. ທ່ານ ຫງວຽນວັນຕວ໊ນ, ຮອງຜູ້ອໍານວຍການໂຮງລະຄອນ ບົງແຊນ, ນະຄອນໂຮ່ຈີມິນ ແລະ ທ່ານ ດວງຈັນ ພົມມະຈິດ, ຮອງຜູ້ອໍານວຍການກອງສິລະປະກອນແຫ່ງຊາດລາວ, ແບ່ງປັນວ່າ:
        ໂຮງລະຄອນ ບົງແຊນ ມີຄວາມເປັນກຽດທີ່ໄດ້ເຂົ້າຮ່ວມງານມະໂຫລານຄັ້ງນີ້ ແລະ ເມື່ອເຂົ້າຮ່ວມ, ທາງໂຮງລະຄອນ ບົງແຊນ ພ້ອມກັບກອງສິລະປະລາວ ໄດ້ພ້ອມກັນເຂົ້າຮ່ວມລາຍການແລກປ່ຽນການສະແດງສິລະປະວັນນະຄະດີ ເພື່ອແນໃສ່ແນະນໍາວັດທະນະທໍາຂອງຫວຽດນາມ ແລະ ຂອງລາວຕໍ່ມະຫາຊົນ
      ໃນພິທີປິດງານມະໂຫລານດົນຕີ ອາຊຽນ 2019, ສະພາສິລະປະ ໄດ້ເລືອກເອົາ 12 ລາຍການຍາດໄດ້ຫຼຽນຄໍາ,19 ລາຍການ ຍາດໄດ້ຫຼຽນເງິນ. ໃນນັ້ນ, ກອງສິລະປະກອນລາວ ໄດ້ຮັບລາງວັນຫຼຽນຄໍາ 1 ລາງວັນ ສໍາລັບລາຍການສະແດງການເປົ່າແຄນບົດເພງ ຮັກບ້ານເກີດ; ລາງວັນຫຼຽນເງິນ 1 ລາງວັນ ສໍາລັບບົດເພງ ສາລະວັນບ້ານຂ້ອຍ. ນອກຈາກນັ້ນ, ກອງສິລະປະລາວ ຍັງຍາດໄດ້ລາງວັນ ກອງສິລະປະກອນທີ່ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ ອີກດ້ວຍ.
 (ແຫຼ່ງຄັດຈາກ VOV)

         



ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top