• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມ AMM-56: ອາເມລິກາ ເນັ້ນຫນັກຢ່າງແຮງເຖິງບົດບາດໃຈກາງຂອງ ອາຊຽນ

ສ່ວນທ່ານນາງ Retno Marsudi, ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ປາດຖະຫນາຢາກໃຫ້ ອາເມລິກາ ສືບຕໍ່ສະຫນັບສະຫນູນບົດບາດໃຈກາງ ແລະ ຖານະ “ໃຈກາງການເຕີບໂຕ”ຂອງ ອາຊຽນ.
ບັນດາທ່ານລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ. ພາບ: TTXVN

ວັນທີ 14 ກໍລະກົດ ຢູ່ ນະຄອນຫລວງ ຈາກາຕາ ປະເທດ ອິນໂດເນຊຍ, ກ່າວຄຳເຫັນທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອາເມລິກາ, ທ່ານ Antony Blinken ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ເນັ້ນຫນັກວ່າ: ອາຊຽນ -ອາເມລິກາ ແມ່ນໃຈກາງໃນຄຳໝັ້ນສັນຍາຂອງ ວໍຊິງຕັນ ຢູ່ ມະຫາສະໝຸດອິນເດຍ -ປາຊີຟິກ. ທ່ານ Antony Blinken ຮຽກຮ້ອງຊຸກຍູ້ການຮ່ວມມື ອາເມລິກາ -ອາຊຽນ ແລະ ເພີ່ມທະວີຄວາມມານະພະຍາຍາມ ເພື່ອພ້ອມກັນແກ້ໄຂບັນດາສິ່ງທ້າທາຍສັບສົນພວມຜົນສະທ້ອນເຖິງພາກພື້ນ ແລະ ທົ່ວໂລກ.

ສ່ວນທ່ານນາງ Retno Marsudi, ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ປາດຖະຫນາຢາກໃຫ້ ອາເມລິກາ ສືບຕໍ່ສະຫນັບສະຫນູນບົດບາດໃຈກາງ ແລະ ຖານະ “ໃຈກາງການເຕີບໂຕ”ຂອງ ອາຊຽນ. ທ່ານນາງ Retno Marsudi ໃຫ້ຮູ້ວ່າ: ປີນີ້ ອາຊຽນ ເລີ່ມຕົ້ນການສົມທົບປະຕິບັດວິໄສທັດ ອາຊຽນ ແລະ ມະຫາສະໝຸດອິນເດຍ -ປາຊີຟິກ (AOIP) ກັບທຸກຄູ່ຮ່ວມມື, ໃນນັ້ນ ມີ ອາເມລິກາ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

ການຢ້ຽມຢາມດຳເນີນໄປໃນຈຸດເວລາທີ່ທັງສອງປະເທດ ພວມຢືນຢູ່ບັນດາຄວາມຮຽກຮ້ອງພັດທະນາໃໝ່. ຫວຽດນາມ ພວມຍູ້ແຮງການຫັນເປັນອຸດສາຫະກຳ, ທັນສະໄໝ, ມຸ່ງໄປສູ່ສອງເປົ້າໝາຍພັດທະນາ 100 ປີໃນປີ 2030 ແລະ 2045.

Top