• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມ AMM 50: ຫວຽດນາມ ໃຫ້ຄຳໝັ້ນສັນຍາພ້ອມກັບ ອາຊຽນ ຊຸກຍູ້ຂໍ້ລິເລີ່ມລົງທຶນໃຫ້ແມ່ຍິງ

      ຕອນເຊົ້າວັນທີ 6 ສິງຫາ, ໃນຂອບເຂດກອງປະຊຸມ AMM 50 ຢູ່ ຟີລິບປິນ, ທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາ ກ່ຽວກັບຂໍ້ລິເລີ່ມລົງທຶນໃຫ້ແມ່ຍິງ, ໂດຍລັດຖະມົນຕີການຕ່າງປະເທດ ອົດສະຕາລີ Julie Bishop ເປັນປະທານ. 

ແມ່ຍິງຂາຍເຄື່ອງຢູ່ຊາປາ
ພາບປະກອບ
      ຂໍ້ລິເລີ່ມລົງທຶນໃຫ້ແມ່ຍິງ ແມ່ນໂຄງການອຸປະຖຳທຳອິດຂອງລັດຖະບານ ອົດສະຕາລີ, ທີ່ມີມູນຄ່າ 46 ລ້ານ ໂດລາ ອົດສະຕາລີ, ເພື່ອແນໃສ່ມອບສິດໃຫ້ແມ່ຍິງເຂົ້າຮ່ວມຢ່າງແຮງກ່ວາເຂົ້າການເຄື່ອນໄຫວເສດຖະກິດ - ສັງຄົມ ຢູ່ບັນດາປະເທດໃນພາກພື້ນ ອາຊີ - ປາຊີຟິກ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕາລີ Julie Bishop ຕີລາຄາສູງບັນດາໝາກຜົນປະທັບໃຈຂອງລັດຖະບານ ຫວຽດນາມ ໃນການຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ. ສ່ວນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ຕີລາຄາສູງບົດບາດປະຈັນບານຂອງລັດຖະບານ ອົດສະຕາລີ ໃນການຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ເພີ່ມສິດໃຫ້ແຫ່ແມ່ຍິງຢູ່ພາກພື້ນ. ທ່ານ ຟ້າມບີ່ງມີງ ຢືນຢັນວ່າ ລັດຖະບານ ຫວຽດນາມ ຖືເປັນສຳຄັນ ແລະ ພວມຜັນຂະຫຍາຍຫຼາຍມາດຕະການລະອຽດ ຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ, ພ້ອມທັງເໜັ້ນໜັກໜູນຊ່ວຍການເຂົ້າຮ່ວມ ແລະ ຍົກສູງບົດບາດຂອງແມ່ຍິງ ຢູ່ບັນດາວິສາຫະກິດຂະໜາດກາງ, ນ້ອຍ ແລະ ນ້ອຍທີ່ສຸດ (MSMEs), ບໍ່ພຽງແຕ່ແມ່ນວິທີການທີ່ມີປະໂຫຍດ ເພື່ອແນໃສ່ເພີ່ມສິດໃຫ້ແມ່ຍິງ ໃນເງື່ອນໄຂເສດຖະກິດ - ສັງຄົມຂອງ ຫວຽດນາມ ເທົ່ານັ້ນ ຫາກຍັງເພື່ອແນໃສ່ຊຸກຍູ້ການເຕີບໂຕ ແລະ ພັດທະນາແບບຍືນຍົງຂອງ (MSMEs), ປະກອບສ່ວນເຂົ້າການພັດທະນາ ແລະ ຄວາມວັດທະນາຖາວອນລວມຂອງບັນດາປະເທດອີກດ້ວຍ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top