• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມ ລັດຖະມົນຕີ ຖະແຫຼ່ງຂ່າວ ອາຊຽນ (AMRI) ຄັ້ງທີ 16 ຈະໄດ້ຈັດຂຶ້ນທີ່ ດານັງ, ຫວຽດນາມ ແຕ່ວັນທີ 20-23 ກັນຍາ

ຫົວຂໍ້ຫຼັກຂອງບັນດາກອງປະຊຸມແມ່ນ “ການສື່ສານ: ຈາກການຖະແຫຼ່ງຂ່າວສູ່ຄວາມຮູ້ ເພື່ອສະມາຄົມອາຊຽນສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຮັບມື”.
ການປະຊູມຖະແຫຼງຂ່າວ ກ່ຽວກັບກອງປະຊຸມຂອງ ອາຊຽນ

ກອງປະຊຸມ ລັດຖະມົນຕີ ຖະແຫຼ່ງຂ່າວ ອາຊຽນ (ASEAN) ຄັ້ງທີ 16 (16TH AMRI) ແລະ ກອງປະຊຸມ ລັດຖະມົນຕີ ຖະແຫຼ່ງຂ່າວ ອາຊຽນ+3 ຄັ້ງທີ 7 (AMRI+3) ແລະ ກອງປະຊຸມ ເຈົ້າໜ້າທີ່ອາວຸໂສທີ່ກ່ຽວຂ້ອງ ຈະໄດ້ຈັດຂຶ້ນແຕ່ວັນທີ 20-23 ກັນຍາ, ທີ່ນະຄອນ ດານັງ. ທີ່ການຖະແຫຼ່ງຂ່າວໃນຕອນບ່າຍວັນທີ 18 ກັນຍາ, ຢູ່ ດານັງ, ທ່ານ ຫງວຽນ ແທງ ເລິມ, ຮອງລັດຖະມົນຕີ ກະຊວງຖະແຫຼ່ງຂ່າວ ແລະ ການສື່ສານ ຫວຽດນາມ, ໃຫ້ຮູ້ວ່າ: ຫົວຂໍ້ຫຼັກຂອງບັນດາກອງປະຊຸມແມ່ນ “ການສື່ສານ: ຈາກການຖະແຫຼ່ງຂ່າວສູ່ຄວາມຮູ້ ເພື່ອສະມາຄົມອາຊຽນສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຮັບມື”. ຫົວຂໍ້ສະແດງເຖິງຈຸດເດັ່ນຂອງພາລະບົດບາດ, ພາລະກິດຂອງຂົງເຂດການສື່ສານມວນຊົນໄລຍະໃໝ່. ທ່ານ ຫງວຽນ ແທງ ເລິມ ເໜັ້ນໜັກ:     

ພວກເຮົາຢືນຢູ່ຕໍ່ໜ້າບັນດາສິ່ງທ້າທາຍ ແລະ ໂອກາດອັນຍິ່ງໃຫ່ຍ ໃນການທີ່ຕ້ອງຜັນທ່າໄດ້ປຽບ ໄດ້ເຂົ້າເຖິງແຫຼ່ງຂ່າວຈາກຫຼາຍສົ້ນ ເພື່ອກາຍເປັນເຄື່ອງມືໜູນຊ່ວຍໃຫ້ແກ່ການພັດທະນາ, ຍົກສູງຄວາມສາມາດຂອງປະຊາຊົນ ແລະ ຊຸມຊົນ. ຈາກນັ້ນ, ກໍ່ໜູນຊ່ວຍຂັ້ນຕອນການອອກບັນດາຂໍ້ຕົກລົງ, ນະໂຍບາຍທີ່ຖືກຕ້ອງ. ຍ້ອນແນວນັ້ນ, ຍິ່ງກ່ວາເວລາໃດໝົດ, ຄວາມຕ້ອງການຖະແຫຼ່ງຂ່າວກາຍເປັນຄວາມຮູ້, ເປັນທັກສະໃນການດຳລົງຊີວິດ ເພື່ອຮັບມືກັບຕໍ່ກັບບັນດາບັນຫາລວມຂອງທົ່ວໂລກ ແມ່ນວຽກງານຈຳເປັນທີ່ສຸດ.       

ໃນຂອບເຂດກອງປະຊຸມ, ຍັງມີບັນດາກິດຈະກຳອື່ນໆ, ເຊັ່ນ: ກອງປະຊຸມ ລັດຖະມົນຕີ ຖະແຫຼ່ງຂ່າວ ສະມາຄົມອາຊຽນ+3 (ຈີນ, ສ.ເກົາຫຼີ, ຍີ່ປຸ່ນ) ຄັ້ງທີ 7; ເວທີປາໄສພາກພື້ນ ອາຊຽນ ກ່ຽວກັບການຮັບມື ແລະ ແກ້ໄຂຂ່າວປອມໃນອິນເຕີເນັດ, ກອງປະຊຸມສຳມະນາ ອາຊຽນ ກ່ຽວກັບການຫັນເປັນດິຈິຕອນໃນສື່ມວນຊົນ - ການສ້າງຄວາມຮູ້ດິຈິຕອນ…

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top